• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມໃຫ່ຍ ຜູ້ແທນສະມາຄົມນັກສຶກສາ ຫວຽດນາມ ທີ່ສະຫະພັນລັດເຊຍ ຄັ້ງທີ I

ຄະນະບໍລິຫານງານສະມາຄົມນັກສຶກສາ ຫວຽດນາມ ຢູ່ລັດເຊຍ ຊຸດທີ I, ອາຍຸການ 2024 – 2026, ແມ່ນບັນດາບຸກຄົນທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວ ແລະ ນຳໜ້າໃນທຸກໆຂະບວນບວນການນັກສຶກສາ ຢູ່ສະຫະພັນລັດເຊຍ...
ທ່ານ ດັ້ງມິງຄອຍ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ກ່າວຄຳເຫັນທີ່ພິທີ (ພາບ:TTXVN)

ກອງປະຊຸມໃຫ່ຍ ຜູ້ແທນສະມາຄົມນັກສຶກສາ ຫວຽດນາມ ທີ່ສະຫະພັນລັດເຊຍ ຄັ້ງທີ I, ອາຍຸການ 2024 - 2026 ທີ່ດຳເນີນເປັນເວລາສອງວັນ ໃນລະຫວ່າງວັນທີ 9-10 ມີນາ ທີ່ນະຄອນຫຼວງ ມົດສະກູ ໄດ້ສຳເລັດຢ່າງຈົບງາມ. ໂດຍໄດ້ເລືອກຕັ້ງຄະນະບໍລິຫານງານສະມາຄົມ ລວມມີ: ກຳມະການ 27 ຄົນ, 1 ປະທານ ແລະ 4 ຮອງປະທານ. ສິ່ງນີ້ສາມາດເວົ້າໄດ້ວ່າເປັນຫຼັກໝາຍຂອງຂະບວນການນັກສຶກສາ ຫວຽດນາມ ຢູ່ສະຫະພັນລັດເຊຍ, ເປັນຂີດໝາຍແຫ່ງການສ້າງຕັ້ງຢ່າງເປັນທາງການຂອງອົງການຈັດຕັ້ງສະມາຄົມນັກສຶກສາ ຫວຽດນາມ, ທີ 14 ຢູ່ຕ່າງປະເທດ.

ຄະນະບໍລິຫານງານສະມາຄົມນັກສຶກສາ ຫວຽດນາມ ຢູ່ລັດເຊຍ ຊຸດທີ I, ອາຍຸການ 2024 – 2026, ແມ່ນບັນດາບຸກຄົນທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວ ແລະ ນຳໜ້າໃນທຸກໆຂະບວນບວນການນັກສຶກສາ ຢູ່ສະຫະພັນລັດເຊຍ, ຕາງໜ້າຈາກຫຼາຍນະຄອນ, ມະຫາວິທະຍາໄລຕ່າງໆຢູ່ ລັດເຊຍ. ໂດຍຖືເປັນກຽດທີ່ໄດ້ຮັບການເລືອກຕັ້ງເປັນປະທານ, ຕາງໜ້າໃຫ້ແກ່ 27 ກຳມະການໃນຄະນະບໍລິຫານງານ, ທ້າວ ເລຮວິ່ງດຶ໋ກ ມີຄຳເຫັນວ່າ:

"ໜ້າທີ່ທຳອິດຂອງນັກສຶກສາ ຫວຽດນາມ ຢູ່ລັດເຊຍ ແມ່ນກະກຽມບັນດາເອກະສານ, ລະບຽບການຢ່າງຄົບຖ້ວນ ເພື່ອສົ່ງເຖິງສູນກາງສະມາຄົມນັກສຶກສາ ຫວຽດນາມ ຮັບຮອງເອົາ, ກໍ່ຄືສ້າງຕັ້ງບັນດາອົງການຈັດຕັ້ງຂອງສະມາຄົມຮາກຖານ. ນອກຈາກນັ້ນ, ພວກຂ້າພະເຈົ້າ ກໍ່ຈະສຸມໃສ່ຜັນຂະຫຍາຍໂຄງການນັກສຶກສາ 5 ດີ (ຄຸນສົມບັດດີ, ຮ່ຳຮຽນດີ, ສຸຂະພາບດີ, ອາສາສະໝັກດີ, ເຊື່ອມຕົວດີ) ແລະ ສ້າງແຜນຍຸດທະສາດ ແນ່ໃສ່ເສີມຂະຫຍາຍກຳລັງແຮງໄວໜຸ່ມຂອງນັກສຶກສາ ຫວຽດນາມ ຢູ່ລັດເຊຍ"./.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top