• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ: ມີຄວາມປະທັບໃຈ ແລະ ເຊື່ອໝັ້ນ

      ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ສປປ.ລາວປະຈຳຫວຽດນາມ ໄດ້ຕີລາຄາສູງບັນດາຜົນສຳເລັດເຊິ່ງຫວຽດນາມບັນລຸໄດ້ໃນ ໄລຍະ 35 ປີແຫ່ງການປະຕິບັດແນວທາງປ່ຽນແປງໃໝ່, 5 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ
ທ່ານ Saadi Salam ເອກອັກຄະລັດຖະທູດ ປາແລັດສະຕິນ ປະຈຳຫວຽດນາມ
      ປະທັບໃຈຕໍ່ບັນດາຜົນງານ ເຊິ່ງຫວຽດນາມບັນລຸໄດ້ໃນໄລຍະປ່ຽນແປງໃໝ່, ພິເສດແມ່ນໝາກຜົນໃນການພັດທະນາເສດຖະກິດ ແລະ ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນປີ 2020, ບັນດານັກການທູດພວມມີໜ້າຢູ່ຫວຽດນາມ ກ່ອນດຳເນີນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ລ້ວນແຕ່ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມຈະສືບຕໍ່ກ້າວຂຶ້ນຢ່າງໝັ້ນຄົງ.
            ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ສປປ.ລາວປະຈຳຫວຽດນາມ ໄດ້ຕີລາຄາສູງບັນດາຜົນສຳເລັດເຊິ່ງຫວຽດນາມບັນລຸໄດ້ໃນ ໄລຍະ 35 ປີແຫ່ງການປະຕິບັດແນວທາງປ່ຽນແປງໃໝ່, 5 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ຫວຽດນາມ ບັນລຸໄດ້ບັນດາຜົນງານສຳຄັນໃນທຸກຂົງເຂດ ແລະ ແມ່ນ 1 ໃນ 10 ປະເທດມີຈັງວະເຕີບໂຕເສດຖະກິດສູງທີ່ສຸດໃນໂລກ. ການພົວພັນທາງການທູດ ແລະ ການເຊື່ອມໂຍງເຂົ້າກັບສາກົນ ບັນລຸໄດ້ຜົນງານສຳຄັນ, ປະກອບສ່ວນເຂົ້າໃນການຍົກສູງທີ່ຕັ້ງບົດບາດຂອງຫວຽດນາມບົນເວທີສາກົນ ແລະ ພາກພື້ນ. ທ່ານ ແສງເພັດ ຮຸ່ງບຸນຍວງຫວັງວ່າ ບັນດາໄຊຊະນະດັ່ງກ່າວໄດ້ຢັ້ງຢືນແນວທາງຢ່າງຖືກຕ້ອງ ແລະ ຫົວຄິດປະດິດສ້າງຂອງພັກກອມມູນິດ ຫວຽດນາມ.
            ກ່າວຄຳເຫັນທີ່ກອງປະຊຸປະກາດກ່ຽວກັບກອງປະຊຸມຄັ້ງທີ 13 ຂອງພັກ ຕໍ່ຄະນະທຸຕານຸທູດ ແລະ ບັນດາອົງການຈັດຕັ້ງສາກົນ ປະຈຳຫວຽດນາມ, ທ່ານ Saadi Salam ເອກອັກຄະລັດຖະທູດ ປາແລັດສະຕິນ ຢັ້ງຢືນວ່າ: ໃນສະພາບການໂລກພວມຕ້ອງຮັບມືກັບໂລກລະບາດໂຄວິດ - 19, ຜົນສຳເລັດຂອງ ຫວຽດນາມແມ່ນພະຍານຫຼັກຖານ ຢັງຢຶນວ່າ ບັນດານະໂຍບາຍໄດ້ນຳມາເຊິ່ງໝາກຜົນອັນດີງາມ, ເພື່ອໃຫ້ຊາວຫວຽດນາມ ແລະ ຊາວຕ່າງປະເທດດຳລົງຊີວິດຢູ່ຫວຽດນາມຢ່າງມີຄວາມອຸ່ນອ່ຽນໃຈ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top