• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມແນະນຳການທ່ອງທ່ຽວ 5 ທ້ອງຖິ່ນພາກກາງ ຫວຽດນາມ ຖືກຈັດຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ

ກອງປະຊຸມໄດ້ແນະນຳສະຖານທີ່ທ່ອງທ່ຽວຕ່າງໆຢູ່ 5 ທ້ອງຖິ່ນ ກວ໋າງບິ່ງ, ກວ໋າງຈິ, ເທື່ອທຽນເຫວ້, ກວ໋າງນາມ, ດ່າໜັງ ຖືກຈັດຂຶ້ນດ້ວຍຄວາມຫວັງວ່າ ຈະນຳມາເຊິ່ງການຄົ້ນຫາທີ່ແປກໃໝ່ກ່ຽວກັບການທ່ອງທ່ຽວເຂດພາກກາງ ຫວຽດນາມ ໃຫ້ແກ່ບັນດາບໍລິສັດທ່ອງທ່ຽວ ແລະ ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນ.
  ກອງປະຊຸມໄດ້ແນະນຳຜະລິດຕະພັນທ່ອງທ່ຽວຂອງ 5 ທ້ອງຖິ່ນ (ພາບ: TITC)  

 ຕອນບ່າຍວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ບັນດາແຂວງ, ນະຄອນເຂດພາກກາງ ຫວຽດນາມ ເຊິ່ງລວມມີ ກວ໋າງບິ່ງ, ກວ໋າງຈິ, ເທື່ອທຽນເຫວ້, ກວ໋າງນາມ, ດ່າໜັງ ໄດ້ສົມທົບກັນຈັດຕັ້ງກອງປະຊຸມແນະນຳສະຖານທີ່ທ່ອງທ່ຽວຂອງທ້ອງຖິ່ນຕົນ, ດ້ວຍຫົວຂໍ້ “ດິນແດນແຫ່ງມໍລະດົກທີ່ມະຫັດສະຈັນ” ແນໃສ່ໂຄສະນາເຜີຍແຜ່ຮູບພາບການທ່ອງທ່ຽວດ້ວຍມໍລະດົກ, ຜະລິດຕະພັນທ່ອງທ່ຽວຕ່າງໆທີ່ເປັນເອກະລັກ, ແນະນຳບັນດາລາຍການກະຕຸ້ນຄວາມຕ້ອງການໄປທ່ຽວ, ບັນດາຜະລິດຕະພັນທ່ອງທ່ຽວໃໝ່ ໃຫ້ບໍລິສັດທ່ອງທ່ຽວ ແລະ ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນ. ທ່ານ ດັ້ງຮົ່ງຮ່າ - ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວ໋າງບິ່ງ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໄດ້ຮ່ວມສຳພັນນຳກັນ ແລະ ແນະນຳຜະລິດຕະພັນທ່ອງທ່ຽວຕ່າງໆຂອງ 5 ທ້ອງຖິ່ນ ເຊິ່ງເປັນທ້ອງຖິ່ນທີ່ໄດ້ຮັບການຄັດເລືອກວ່າເປັນ 1 ໃນ 10 ສະຖານທີ່ທ່ອງທ່ຽວປະທັບໃຈທີ່ສຸດໃນອາຊີ ຈາກວາລະສານ Lonely Planet ປີ 2019. ດ້ວຍທ່າໄດ້ປຽບທາງຄົມມະນາຄົມທີ່ສະດວກ, ພິເສດແມ່ນມີຜະລິດຕະພັນທ່ອງທ່ຽວທີ່ຫຼາຍຮູບຫຼາຍແບບ. ໃນນັ້ນ, ມີການທ່ອງທ່ຽວທະເລ, ທ່ອງທ່ຽວແບບພັກຜ່ອນບຳລຸງສຸຂະພາບ, ການທ່ອງທ່ຽວຄົ້ນຫາ, ການທ່ອງທ່ຽວວັດທະນະທຳປະຫວັດສາດ, ການທ່ອງທ່ຽວຊຸມຊົນ, ເໝາະແກ່ການທ່ອງທ່ຽວຢູ່ພາຍໃນ ແລະ ມຸ່ງໄປເຖິງການຕ້ອນຮັບແຂກທ່ອງທ່ຽວສາກົນທີ່ສຸດ. ພິເສດ, ມໍລະດົກວັດທະນະທຳທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸຢູ່ທ້ອງຖິ່ນຂອງພວກຂ້າພະເຈົ້າແມ່ນຫຼາກຫຼາຍທີ່ສຸດ. ດັ່ງນັ້ນ, ພວກຂ້າພະເຈົ້າຈຶ່ງຮ່ວມສຳພັນກັນສ້າງຜະລິດຕະພັນລວມເພື່ອສ້າງຄວາມປະທັບໃຈ ແລະ ດຶງດູດແຂກທ່ອງທ່ຽວ”.

 ກອງປະຊຸມດັ່ງກ່າວໄດ້ແນະນຳສະຖານທີ່ທ່ອງທ່ຽວຕ່າງໆຂອງທັງ 5 ທ້ອງຖິ່ນ ດ້ວຍຄວາມຫວັງວ່າ ຈະນຳມາເຊິ່ງການຄົ້ນຫາທີ່ແປກໃໝ່ກ່ຽວກັບການທ່ອງທ່ຽວເຂດພາກກາງ ຫວຽດນາມ ໃຫ້ແກ່ບັນດາບໍລິສັດທ່ອງທ່ຽວ ແລະ ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top