• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ: ເຈດຈຳນົງ,ຄວາມຕັດສິນໃຫມ່

      ກອງປະຊຸມອອນລາຍທົ່ວປະເທດກ່ຽວກັບການຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ທີ່ຈັດຂຶ້ນໃນທ້າຍອາທິດຜ່ານມາຢູ່ ຮ່າໂນ້ຍ ແມ່ນມີຄວາມສຳຄັນທີ່ສຸດກ່ຽວກັບຄວາມຮັບຮູ້ສຳລັບພະນັກງານ, ສະມາຊິກພັກ ເປັນຕົ້ນແມ່ນສຳລັບຄະນະພັກທຸກຂັ້ນ ເພື່ອຜັນຂະຫຍາຍນຳເອົາມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກເຂົ້າປະຕິບັດໃນຊີວິດຕົວຈິງກອງປະຊຸມໄດ້ເຮັດໃຫ້ເຈດຈຳນົງ, ຄວາມຄາດຫວັງ ແລະ ຄວາມຕັດສິນໃຈໃຫມ່ໃນການສ້າງສາ ແລະ ພັດທະນາປະເທດຫວຽດນາມ ໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ, ຮັ່ງມີ, ໝັ້ນຄົງເຂັ້ມແຂງຍິ່ງໆຂຶ້ນ.
ກອງປະຊຸມເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ
      ກອງປະຊຸມເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ຄັ້ງນີ້ ມີຫລາຍຈຸດໃຫມ່ທີ່ບໍ່ເຄີຍມີມາກອ່ນ. ກ່ອນນີ້ ຍັງບໍ່ທັນມີກອງປະຊຸມຜັນຂະຫຍາຍມະຕິຄັ້ງໃດທີ່ໄດ້ໝູນໃຊ້ເຕັກໂນໂລຊີການສື່ສານເພື່ອເຜີຍແຜ່ມະຕິໃຫ້ສະມາຊິກພັກເກືອບ 1 ລ້ານຄົນໃນຈຸດເວລາດຽວກັນຢູ່ ເກືອບ 7.500 ສະຖານທີ່ຖ່າຍທອດສົດໃນທົ່ວປະເທດ. ບັນດາການນຳຄະນະ, ກະຊວງ, ຂະແຫນງການສູນກາງ, ຄະນະພັກແຂວງ, ນະຄອນ, ອົງຄະນະພັກຂຶ້ນກັບສູນກາງ, ອົງການ, ຫົວຫນ່ວຍຕ່າງໆ, ພະນັກງານຫລັກແຫລ່ງຂັ້ນແຂວງ, ເມືອງ, ຂັ້ນຮາກຖານຂອງຄະນະພັກ, ນະຄອນ.. ໃນທົ່ວປະເທດເຂົ້າຮ່ວມກອງປະຊຸມໄດ້ຮັບການຖ່າຍທອດບັນດາເນື້ອໃນຫລັກແຫລ່ງ, ຈຸດໃຫມ່ໃນບັນດາເອກະສານການເມືອງ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໂດຍກົງໃນເວລາໂດຍໄວທີ່ສຸດ ແລະ ມີປະສິດທິຜົນທີ່ສຸດ. ສິ່ງດັ່ງກ່າວແມ່ນການຍົກສູງລັກສະນະເປັນເຈົ້າການຂອງບັນດາທ້ອງຖິ່ນໃນການປະຕິບັດບັນດາມະຕິ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ.
ບົນພື້ນຖານນັ້ນ, ຄະນະພັກ, ການນຳຂັ້ນຕ່າງໆ ໄດ້ຊີ້ນຳການສ້າງໂຄງການດຳເນີນງານເພື່ອຈັດຕັ້ງການປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ XIII ໃຫ້ໄວກວ່າ, ສະດວກກວ່າ, ພ້ອມທັງໂຄສະນາເຜີຍແຜ່ຢ່າງເລິກເຊິ່ງ ກວ້າງຂວາງໃນທົ່ວພັກ,  ທົ່ວປວງຊົນ ແລະ ທົ່ວກອງທັບ, ສ້າງຄວາມເປັນເອກະພາບດ້ານເຈດຈຳນົງ ແລະ ການກະທຳໃນວິວັດການຜັນຂະຫຍາຍປະຕິບັດມະຕິເຂົ້າໃນຊີວິດຕົວຈິງ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
      ສິ່ງພິເສດກວ່າໃນກອງປະຊຸມເຊື່ອມຊຶມມະຕິຄັ້ງນີ້ ນັ້ນແມ່ນບັນດານັກລາຍງານ ເຜີຍແຜ່ ເຊື່ອມຊຶມມະຕິ ລ້ວນແຕ່ແມ່ນບັນດາພະນັກງານຫລັກແຫລ່ງໃນພັກ, ໃນກົມການເມືອງ ສະນັ້ນ ການເຊື່ອມຊຶມ, ເຜີຍແຜ່, ໂຄສະນານຳເອົາມະຕິເຂົ້າປະຕິບັດໃນຊີວິດແມ່ນເລິກເຊິ່ງທີ່ສຸດ ແລະ ມີຄວາມໝາຍທີ່ສຸດ. ອີກອັນຫນຶ່ງ ດ້ວຍວິທິຜັນຂະຫຍາຍການຮ່ຳຮຽນມະຕິຄືຄັ້ງນີ້ ໄດ້ປະກອບສ່ວນໃນການປະຢັດເວລາ ແລະ ງົບປະມານໃຫ້ລັດ, ການໃຊ້ຈ່າຍຂອງປະຊາຊົນ.
ການຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊຶມມະຕິຂອງພັກ ແມ່ນຂອດປະຖົມປັດໄຈ, ມີຄວາມໝາຍສຳຄັນທີ່ສຸດໃນວິວັດການນຳເອົາມະຕິປະຕິບັດໃນຊີວິດຕົວຈິງ, ແມ່ນວຽກງານປະຈຳ ເຊິ່ງໄດ້ຮັບການປະຕິບັດຢ່າງເຂັ້ມງວດ, ເປັນລະບົບ, ມີວິທະຍາສາດໃນຕະຫລອດອາຍຸການ.
ຄວາມຮຽກຮ້ອງຕ້ອງການໃນການຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊຶມ, ໂຄສະນາເຜີຍແຜ່ມະຕິ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ນັ້ນແມ່ນ ພະນັກງານ, ສະມາຊິກພັກແຕ່ລະຄົນ ຕ້ອງກຳແຫນ້ນເນື້ອໃນພື້ນຖານ, ຫລັກແຫລ່ງ ແລະ ບັນດາຈຸດໃຫມ່ໃນບັນດາເອກະສານການເມືອງ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ.
ເລື່ອງເຂົ້າໃຈແຈ້ງມະຕິຂອງພັກ ຈະປະກອບສ່ວນເພີ່ມທະວີການກໍ່ສ້າງພັກກ່ຽວກັບດ້ານການເມືອງ, ແນວຄິດ, ຄຸນສົມບັດ, ການຈັດຕັ້ງ ແລະ ພະນັກງານ; ສະກັດກັ້ນ, ຍູ້ການເຊື່ອມຄຸນດ້ານແນວຄິດການເມືອງ, ແບບແຜນການດຳລົງຊີວິດ, ບັນດາປະກົດການ “ຜັນປ່ຽນຕົນເອງ, ປ່ຽນແປງຕົນເອງ” ພາຍໃນອົງການໃຫ້ຖອຍໄປ; ປະກອບສ່ວນປົກປັກຮັກສາພື້ນຖານແນວຄິດຂອງພັກ, ການຕໍ່ສູ້ປະຕິເສດບັນດາຖ້ອຍທຳນອງບິດເບືອນ, ເປັນປໍລະປັກ ແລະ ການກຳນົດທິດຫາງສຽງໃນສັງຄົມ.
ສິ່ງພິເສດ ເລື່ອງເຂົ້າໃຈແຈ້ງມະຕິຂອງພັກ ຈະຊ່ວຍໃຫ້ຮັບຮູ້ໄດ້ບັນດາກາລະໂອກາດ ຄວາມສະດວກ ແລະ ຫຍຸ້ງຍາກ, ສິ່ງທ້າທາຍໃນຊຸມປີຈະມາເຖິງ, ສ້າງຄວາມເຫັນດີເຫັນພ້ອມໃນການປະຕິບັດເປົ້າໝາຍພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ສັນຕິສຸກ ຄືດັ່ງຄາດໝາຍຊື່ງມະຕິ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ວາງອອກ.
 (ແຫຼ່ງຄັດຈາກ VOV)

      

 

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ຄວາມໝາຍປະຫວັດສາດຂອງການຢ້ຽມຢາມ ຍັງແມ່ນຢູ່ບ່ອນວ່າ ເປັນຄັ້ງທຳອິດ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ຄະນະເລຂາ ອາຊຽນ, ຍົກໃຫ້ເຫັນລະດັບຄວາມສຳຄັນຍຸດທະສາດຂອງ ອາຊຽນ ສຳລັບຫວຽດນາມ

Top