• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມອອນລາຍພິເສດລັດຖະມົນຕີການຕ່າງປະເທດອາຊຽນ - ລັດເຊຍກ່ຽວກັບການຮັບມືກັບໂຄວິດ-19

ວັນທີ 17 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕງປະເທດຫວຽດນາມ ຝ້າມບີງມິນ ພ້ອມກັບ ລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ  ແລະ ລັດຖະມົນຕີການຕ່າງປະເທດ ລັດເຊຍ ແຊກໄກ ລາບຣົບ ໄດ້ເຂົ້າຮ່ວມ ກອງປະຊຸມອອນລາຍພິເສດລັດຖະມົນຕີການຕ່າງປະເທດອາຊຽນ - ລັດເຊຍກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19ນາ.

 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຝ້າມບີງມິນ

 ທີ່ກອງປະຊຸມ, ບັນດາທ່ານລັດຖະມົນຕີໄດ້ເຫັນດີຊ່ວຍໜູນ ສ້າງເງື່ອນໄຂສະດວກໃຫ້ແກ່ພົນລະເມືອງຂອງກັນ ໄດ້ກັບເມືອປະເທດ ຖ້າຫາກມີຄວາມຕ້ອງການ, ພ້ອມທັງສົມທົບກັນຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງ ແລະ ນັກສຶກສາພວມດຳລົງຊີວິດ ແລະ ຮ່ຳຮຽນຢູ່ບັນດາປະເທດ.

     ກ່ວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ ຖືວ່າ ປະຈຸບັນ ຫວຽດນາມພວມຜັນຂະຫຍາຍປະຕິບັດໜ້າທີ່ຄູ່, ທີ 1 ແມ່ນສະກັດກັ້ນການແຜ່ລະບາດຂອງ ໂລກລະບາດໂຄວິດ-19, ດ້ານອື່ນ ກໍຊຸກຍູ້ຟື້ນຟູ ແລະ ພັດທະນາເສດຖະກິດ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່ງປະເທດຫວຽດນາມ ຝ້າມບີງມິນ ຢືນຢັນວ່າ ຫວຽດນາມຈະເພີ່ມທະວີການສົມທົບກັບບັນດາຝ່າຍ, ໃນນັ້ນມີ ລັດເຊຍ, WHO ແລະ ວົງຄະນະຍາດສາກົນ ເພື່ອຄວບຄຸມ ແລະ ຍູ້ ໂລກລະບາດໂຄວິດ-19 ໃຫ້ຖອຍໄປ, ພ້ອມກັນນັ້ນ, ທ່ານກໍສະເໜີໃຫ້ບັນດາຝ່າຍ, ພິເສດແມ່ນອາຊຽນ ແລະ ລັດເຊຍ ຄວນເພີ່ມທະວີການຮ່ວມມືຫຼາຍກ່ວາອີກ ແລະ ຊອກຫາວິທີເພື່ອພ້ອມກັນຄົງຕົວກັບຄວາມສ່ຽງຂອງ ໂລກລະບາດໂຄວິດ-19.
(ແຫຼ່ງຄັດຈາກ VOV)

ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ ບ​ຣາ​ຊິນ

ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ ບ​ຣາ​ຊິນ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກືອງ, ທ່ານປະທານາທິບໍດີ ບຣາຊິນ Luiz Inácio Lula da Silva ຈະມີການຢ້ຽມຢາມທາງລັດຖະກິດ ຫວຽດນາມໃນລະຫວ່າງວັນທີ 27 ມີນາ ຫາວັນທີ 29 ມີນາ. ການຢ້ຽມຢາມຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານ ກັບບຣາຊິນ ໃນການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືຮອບດ້ານກັບ ອາເມລິກາລາຕິນ, ເຮັດໃຫ້ເລິກເຊິ່ງກ່ວາ ແລະ ເປີດຫຼາຍໂອກາດຮ່ວມມືໃໝ່.

Top