• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມອອນລາຍກຸ່ມແມ່ຍິງອາຊຽນ ເພື່ອສັນຕິພາບ

ໃນຂອບເຂດການເຄື່ອນໄຫວຂອງສະຖາບັນຄົ້ນຄວ້າອາຊຽນ ກ່ຽວກັບສັນຕິພາບ ແລະ ໄກ່ເກ່ຍປອງດອງ (AIPR), ກອງປະຊຸມຂອງກຸ່ມແມ່ຍິງອາຊຽນ ເພື່ອສັນຕິພາບ (AWPR) ໄດ້ຈັດຂຶ້ນທາງອອນລາຍ ໃນຕອນເຊົ້າວັນທີ 05 ມິຖຸນາ.


 ກອງປະຊຸມຂອງກຸ່ມແມ່ຍິງອາຊຽນ ເພື່ອສັນຕິພາບ (AWPR)

(ພາບ: baoquocte.vn)


ກອງປະຊຸມໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາມາດຕະການຜັນຂະຫຍາຍຖະແຫຼງການຮ່ວມຂອງການນຳອາຊຽນ ກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງເຊິ່ງໄດ້ຮັບຮອງເອົາເມື່ອປີ 2017; ສະພາບການຜັນຂະຫຍາຍໂຄງການດຳເນີນງານແມ່ຍິງ - ສັນຕິພາບ - ຄວາມໝັ້ນຄົງຢູ່ພາກພື້ນ ແລະ ການກຳນົດທິດໃນໄລຍະຈະມາເຖິງ ໃນສະພາບການໂລກ ແລະ ພາກພື້ນມີການຫັນປ່ຽນຢ່າງວ່ອງໄວ ດ້ວຍຫຼາຍປັດໃຈທີ່ຂາດສະຖຽນລະພາບ. ຄະນະຜູ້ແທນຫວຽດນາມ ລວມມີທ່ານນາງເອກອັກຄະລັດຖະທູດ ຫງວຽນຫງວຽດງາ ແລະ ທ່ານນາງເອກອັກຄະລັດຖະທູດ ຫງວຽນທ໊າຍອຽນເຮືອງ ເຊິ່ງແມ່ນບັນດາຜູ້ຕາງໜ້າຂອງຫວຽດນາມ ໃນ AWPR, ໄດ້ເຂົ້າຮ່ວມ, ກ່າວຄຳເຫັນ ແລະ ເປັນປະທານວາລະປຶກສາຫາລືຂອງກອງປະຊຸມໜຶ່ງ.

        ທີ່ກອງປະຊຸມ, ບັນດາຜູ້ຕາງໜ້າ AWPR ຫວຽດນາມ, ໃນຖານະເປັນປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021, ໄດ້ແບ່ງປັນບັນດາບຸລິມະສິດຂອງຫວຽດນາມ ໃນການຊຸກຍູ້ການຮ່ວມມືກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງໃນຂົງເຂດພາກພື້ນ ແລະ ທົ່ວໂລກ, 

        ເມື່ອເປັນປະທານບໍລິຫານວາລະປຶກສາຫາລືການແລກປ່ຽນກ່ຽວກັບການສ້າງບັນດາມາດຕະການຜັນຂະຫຍາຍຖະແຫຼງການຮ່ວມຂອງບັນດາການນຳອາຊຽນ ກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ, ທ່ານນາງເອກອັກຄະລັດຖະທູດ ຫງວຽນຫງວຽດງາ ໄດ້ກ່າວຄຳເຫັນກ່ຽວກັບການກຳນົດທິດຈຸດສຸມການປຶກສາຫາລືໂດຍສຸມໃສ່ບັນດາຂົງເຂດເຄື່ອນໄຫວບຸລິມະສິດເຊິ່ງ AWPR ອາດສາມາດຜັນຂະຫຍາຍໃນໄລຍະຈະມາເຖິງ ບົນພື້ນຖານນຳໃຊ້ພື້ນຖານເຕັກໂນໂລຊີດີຈີຕອນ, ເສີມຂະຫຍາຍບົດບາດຂອງແມ່ຍິງໃນການສຶກສາ ແລະ ການກຳນົດທິດຂອງໄວໜຸ່ມກ່ຽວກັບບັນດາຄຸນຄ່າສັນຕິພາບ…; ທິດທາງເປີດກວ້າງການຮ່ວມມືລະຫວ່າງ AWPR ກັບບັນດາຄູ່ຮ່ວມມື ແລະ ບັນດາຝ່າຍທ່ີກ່ຽວຂ້ອງໃນພາກພື້ນ ແລະ ໃນລະດັບທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ ດ້ວຍຫຼາຍກິດຈະກຳທີ່ດູດດື່ມ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ.

Top