• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສໍາມະນາສາກົນກ່ຽວກັບບັນຫາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມໝັ້ນຄົງຢູ່່ ມະຫາສະໝຸດອິນເດຍ - ປາຊີຟິກ

ທະເລຕາເວັນອອກມີຄວາມສໍາຄັນຕໍ່ຄວາມເປັນຕາຍສໍາລັບພື້ນຖານເສດຖະກິດຂອງຫວຽດນາມ...


ບັນດານັກປາຖະກະຖາຢູ່ກອງປະຊຸມສໍາມະນາ

(ພາບ: Huy Binh/TTXVN)

ໃນລະຫວ່າງວັນທີ 14 – 15 ກໍລະກົດ, ທີ່ສະພາຄົ້ນຄວ້າວິທະຍາສາດສັງຄົມອິນເດຍ (ICSSR) ຢູ່ໃຈກາງນະຄອນຫຼວງຂອງອິນເດຍ, ໂຄງການຄົ້ນຄວ້າອາເມລິກາ ສັງກັດ ສູນຄົ້ນຄວ້າ ການາດາ, ອາເມລິກາ ແລະ ອາເມລິກາລາຕິນ ຂອງມະຫາວິທະຍາໄລ Jawaharlal Nehru  ແລະ ສະຖາບັນຄົ້ນຄວ້າ ມະຫາສະໝຸດອິນເດຍ - ປາຊີຟິກ Kalinga ໄດ້ຈັດຕັ້ງ “ກອງປະຊຸມສໍາມະນາສາກົນກ່ຽວກັບບັນຫາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມໝັ້ນຄົງທີ່ພວມພົ້ນເດັ່ນຂຶ້ນຢູ່່ ມະຫາສະໝຸດອິນເດຍ - ປາຊີຟິກ: ບັນດາບັນຫາ ແລະ ສິ່ງທ້າທາຍ”. ໂດຍເຂົ້າຮ່ວມກອງປະຊຸມສໍາມະນາ ລວມມີສາດສະດາຈານ, ນັກຮຽນຮູ້, ບັນດານັກຄົ້ນຄວ້າຊາວອິນເດຍ ແລະ ຊາວຕ່າງປະເທດ ເປັນຈໍານວນຫຼວງຫຼາຍ. ທ່ານ ໂຕນຊິງແທ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອິນເດຍ ກໍໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສ.

        ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານ ເອກອັກຄະລັດຖະທູດ ໂຕນຊິງແທ່ງ ເນັ້ນໜັກວ່າ ສໍາລັບຫວຽດນາມແລ້ວ,  ເຂດ ມະຫາສະໝຸດອິນເດຍ - ປາຊີຟິກ ເວົ້າລວມ ແລະເຂດທະເລຕາເວັນອອກເວົ້າສະເພາະ ແມ່ນສໍາຄັນທີ່ສຸດ. ທະເລຕາເວັນອອກມີຄວາມສໍາຄັນຕໍ່ຄວາມເປັນຕາຍສໍາລັບພື້ນຖານເສດຖະກິດຂອງຫວຽດນາມ ເມື່ອເຂດດັ່ງກ່າວກາຍເປັນປະຕູຕົ້ນຕໍ ເພື່ອໃຫ້ຫວຽດນາມ ອອກສູ່ໂລກພາຍນອກ ແລະ ຖ້າຫາກເຂດດັ່ງກ່າວຖືກຢຶດຄອງນັ້ນ,  ບໍ່ພຽງແຕ່ຄວາມໝັ້ນຄົງຂອງ ຫວຽດນາມ ຖືກນາບຂູ່ເທົ່ານັ້ນ ຫາກພື້ນຖານເສດຖະກິດຂອງຫວຽດນາມກໍຖືກຜົນສະທ້ອນຢ່າງຮ້າຍແຮງອີກດ້ວຍ.

        ນອກຈາກນັ້ນ, ທ່ານ ເອກອັກຄະລັດຖະທູດ ໂຕນຊິງແທ່ງ ກໍໄດ້ຢັ້ງຢືນວ່າ ເຂດ ມະຫາສະໝຸດອິນເດຍ - ປາຊີຟິກ ກວ້າງໃຫຍ່ກວ່ານັ້ນ ກໍມີຄວາມສໍາຄັນຕໍ່ຄວາມເປັນຕາຍສໍາລັບຫວຽດນາມ ເພາະວ່າ ສ່ວນຫຼາຍຄູ່ຮ່ວມມືຍຸດທະສາດ ແລະ ເສດຖະກິດໃຫຍ່ທີ່ສຸດຂອງຫວຽດນາມ ແມ່ນລ້ວນແຕ່ນອນຢູ່ໃນເຂດດັ່ງກ່ວາ. ດັ່ງນັ້ນ ບັນດາສິ່ງທ້າທາຍຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນດັ່ງກ່າວ ກໍ ແມ່ນບັນດາສິ່ງທ້າທາຍສໍາລັບຫວຽດນາມ.

        ທ່ານ ເອກອັກຄະລັດຖະທູດ ກໍໃຫ້ຮູ້ກ່ຽວກັບທັດສະນະຂອງຫວຽດນາມ ກ່ຽວກັບເຂດ ມະຫາສະໝຸດອິນເດຍ - ປາຊີຟິກ ພ້ອມທັງຊີ້ແຈ້ງວ່າ ທັງອິນເດຍ ແລະ ຫວຽດນາມ ລ້ວນແຕ່ປາດຖະໜາຢາກເຂົ້າຮ່ວມ ແຕ່ຫາກບໍ່ແມ່ນຢາກສູ້ຢັນກັນໃນເລື່ອງແກ້ໄຂບັນດາບັນຫາໃນພາກພື້ນດັ່ງກ່າວ.

 

        ກອງປະຊຸມສໍາມະນາ ໄດ້ມີບັນດາການປຶກສາຫາລື ຄື “ມະຫາສະໝຸດອິນເດຍ - ປາຊີຟິກ: ນິຍາມ ແລະແງ່ຫວັງ”; “ບັນດາບັນຫາ  ແລະ ສິ່ງທ້າທາຍ”; “ບັນດາການຜັນແປຢູ່ ມະຫາສະໝຸດອິນເດຍ - ປາຊີຟິກ” ; ແລະ “ບັນດາບັນຫາກ່ຽວກັບຄວາມໝັ້ນຄົງ”.

(ແຫຼ່ງຄັດຈາກ VOV)


3 ຄວາມ​ມຸ່ງ​ຫວັງ​ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ

3 ຄວາມ​ມຸ່ງ​ຫວັງ​ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ

ການຢ້ຽມຢາມ ຫວຽດນາມທາງລັດຖະກິດໃນລະຫວ່າງວັນທີ 12 – 13 ທັນວາ ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຈີນ, ປະທານປະເທດ ສປ.ຈີນ ສີຈິ້ນຜິງ ແລະ ພັນລະຍາ ຈະນຳມາເຊິ່ງຖານະບົດບາດໃໝ່, ລະດັບໃໝ່ໃນການພົວພັນສອງຝ່າຍ ຫວຽດນາມ - ຈີນ.

Top