• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສໍາມະນາລະຫວ່າງກະຊວງພາຍໃນ ຫວຽດນາມ ແລະ ລາວ

      ກະຊວງພາຍໃນຫວຽດນາມ ໄດ້ສົມທົບກັບກະຊວງພາຍໃນລາວ ຈັດຕັ້ງກອງປະຊຸມສໍາມະນາ ແລກປ່ຽນບົດຮຽນການຄຸ້ມຄອງລັດຖະກອນ ແລະ ຄຸ້ມຄອງອໍານາດການປົກຄອງທ້ອງຖິ່ນ ຢູ່ 2 ປະເທດ ຫວຽດນາມ - ລາວ.

ກອງປະຊຸມສໍາມະນາລະຫວ່າງກະຊວງພາຍໃນ ຫວຽດນາມ ແລະ ລາວ (ພາບ: hcmcpv.org.vn)
      ຕອນເຊົ້າວັນທີ 10 ກໍລະກົດ, ຢູ່່ຮ່່າໂນ້ຍ, ກະຊວງພາຍໃນຫວຽດນາມ ໄດ້ສົມທົບກັບກະຊວງພາຍໃນລາວ ຈັດຕັ້ງກອງປະຊຸມສໍາມະນາ ແລກປ່ຽນບົດຮຽນການຄຸ້ມຄອງລັດຖະກອນ ແລະ ຄຸ້ມຄອງອໍານາດການປົກຄອງທ້ອງຖິ່ນ ຢູ່ 2 ປະເທດ ຫວຽດນາມ - ລາວ.
        ທີ່ກອງປະຊຸມສໍາມະນາ, ບັນດາພະນັກງານເຮັດວຽກງານວິຊາສະເພາະ, ນັກວິທະຍາສາດຂອງກະຊວງພາຍໃນສອງປະເທດ ໄດ້ແບ່ງປັນບັນດາຜົນສໍາເລັດ, ປະສົບການໃນການວຽກງານການຄຸ້ມຄອງລັດຖະກອນ ແລະ ຄຸ້ມຄອງອໍານາດການປົກຄອງທ້ອງຖິ່ນ; ວຽກງານກໍ່ສ້າງ, ບໍາລຸງສ້າງຍົກສູງກໍາລັງຄວາມສາມາດຄຸ້ມຄອງໃຫ້ແກ່ລັດຖະກອນອໍານາດການປົກຄອງທ້ອງຖິ່ນຂັ້ນຕ່າງໆ. ພິເສດ, ແມ່ນບັນດາປະສົບການໃນການປະກາດໃຊ້ກົດໝາຍວ່າດ້ວຍລັດຖະກອນ ແລະ ກົດໝາຍວ່າດ້ວຍການຈັດຕັ້ງອໍານາດການປົກຄອງທ້ອງຖິ່ນຂອງຫວຽດນາມ, ເຊິ່ງແມ່ນບົດຮຽນອັນລໍ້າຄ່າ ເພື່ອດໍາເນີນວຽກງານຄຸ້ມຄອງລັດຖະກອນ ແລະ ຄຸ້ມຄອງອໍານາດການປົກຄອງທ້ອງຖິ່ນຢູ່ ລາວ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top