• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວ “ຮ່າໂນ້ຍ - ວຽງຈັນ, ການຮ່ວມມືພ້ອມກັນພັດທະນາ”

ກອງປະຊຸມແມ່ນໂອກາດເພື່ອໃຫ້ອຳນາດການປົກຄອງ ແລະ ວິສາຫະກິດສອງທ້ອງຖິ່ນພົບປະ, ແລກປ່ຽນ ແລະ ແບ່ງປັນບັນດາຂໍ້ມູນຂ່າວທີ່ມີປະໂຫຍດກ່ຽວກັບກາລະໂອກາດລົງທຶນ, ແມ່ນຂົວເຊື່ອມຕໍ່ເພື່ອໃຫ້ວິສາຫະກິດໄດ້ພົບປະ...

ກອງປະຊຸມແມ່ນໂອກາດເພື່ອໃຫ້ອຳນາດການປົກຄອງ ແລະ ວິສາຫະກິດສອງທ້ອງຖິ່ນພົບປະ, ແລກປ່ຽນ ແລະ ແບ່ງປັນບັນດາຂໍ້ມູນຂ່າວທີ່ມີປະໂຫຍດກ່ຽວກັບກາລະໂອກາດລົງທຶນ, ແມ່ນຂົວເຊື່ອມຕໍ່ເພື່ອໃຫ້ວິສາຫະກິດໄດ້ພົບປະ...

    

ທ່ານ ຫງວຽນແມ້ງກ່ວຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ກ່າວຄຳເຫັນທິ່ພິທິ

ວັນທີ 10 ສິງຫາ, ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວດ້ວຍຫົວຂໍ້ວ່າ “ຮ່າໂນ້ຍ - ວຽງຈັນ, ການຮ່ວມມືພ້ອມກັນພັດທະນາ”. ທ່ານ ຫງວຽນແມ້ງກ່ວຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ໃຫ້ຮູ້ວ່າ: ກອງປະຊຸມແມ່ນໂອກາດເພື່ອໃຫ້ອຳນາດການປົກຄອງ ແລະ ວິສາຫະກິດສອງທ້ອງຖິ່ນພົບປະ, ແລກປ່ຽນ ແລະ ແບ່ງປັນບັນດາຂໍ້ມູນຂ່າວທີ່ມີປະໂຫຍດກ່ຽວກັບກາລະໂອກາດລົງທຶນ, ແມ່ນຂົວເຊື່ອມຕໍ່ເພື່ອໃຫ້ວິສາຫະກິດໄດ້ພົບປະ, ຊອກຫາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນໃນຫຼາຍຂົງເຂດທ່າແຮງຂອງສອງທ້ອງຖິ່ນ. ທ່ານ ຫງວຽນແມ້ງກ່ວຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ໃຫ້ຮູ້ວ່າ:

        “ການຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວເພື່ອແນໃສ່ສ້າງສະພາບແວດລ້ອມ, ເງື່ອນໄຂເຊື່ອມຕໍ່ລະຫວ່າງບັນດາສະມາຄົມ, ວິສາຫະກິດຂອງສອງນະຄອນຫຼວງ ເພື່ອເພີ່ມທະວີນ້ຳໃຈຮ່ວມມືມິດຕະພາບ ແລະ ສ້າງການເຊື່ອມຕໍ່ໃນການລົງທຶນລະຫວ່າງບັນດາສະມາຄົມ, ວິສາຫະກິດຂອງນະຄອນຫຼວງສອງປະເທດ. ບັນດາໝາກຜົນທີ່ບັນລຸໄດ້ໃນຊຸມປີຜ່ານມາ, ຜ່ານກອງປະຊຸມຄັ້ງນີ້ຈະສືບຕໍ່ຈັດຕັ້ງບັນດາກອງປະຊຸມລົງນາມບັນດາບົດບັນທຶກຊ່ວຍຈຳ, ໃນຄັ້ງນີ້ໄດ້ລົງນາມ 3 ສະບັບ ແລະ ບັນດານັກລົງທຶນ, ບັນດາສະຫະສະມາຄົມ, ວິສາຫະກິດ ຈະສືບຕໍ່ພົບປະ, ແລກປ່ຽນ, ເຊື່ອມຕໍ່ເຊິ່ງກັນ ແລະ ກັນ”,

(ແຫຼ່ງຄັດຈາກ VOV)

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ກອງປະຊຸມໂດຍລັດຖະບານ Colombia ຈັດຕັ້ງຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 500 ທ່ານມາຈາກ 12 ປະເທດ ແລະ ບັນດາອົງການຄູ່ຮ່ວມມືຂອງ P4G.

Top