ຕອນບ່າຍວັນທີ 28 ພະຈິກ, ຢູ່ ຮ່າໂນ້ຍ, ໂດຍຕອບສຳພາດຕໍ່ສື່ມວນຊົນພາຍຫຼັງກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ ຄັ້ງທີ 12 (CLMV 12) ສິ້ນສຸດລົງ, ທ່ານ Kao Kim Hourn, ເລຂາທິການໃຫຍ່ ອາຊຽນ ຕີລາຄາວ່າ ນີ້ແມ່ນເຫດການພິເສດ, ມີຄວາມສຳຄັນຕໍ່ຫຼາຍປະເທດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
ທ່ານເລຂາທິການໃຫຍ່ອາຊຽນ ໃຫ້ຮູ້ວ່າ ທີ່ກອງປະຊຸມ, ບັນດາການນຳໄດ້ຮັບຮູ້ຜົນສຳເລັດຂອງແຕ່ລະປະເທດ ກໍ່ຄືຂອງທັງກຸ່ມ CLMV, ພ້ອມທັງທົບທວນຄືນສິ່ງທ້າທາຍ ແລະ ປຶກສາຫາລືຍຸດທະສາດເພື່ອຮັບມືໃນອະນາຄົດ. ໂດຍເນັ້ນໜັກເຖິງບັນດາຄວາມພະຍາຍາມດັ່ງກ່າວແມ່ນປັດໄຈຂອງການກໍ່ສ້າງທີ່ສຳຄັນໃຫ້ແກ່ປະຊາຄົມ ອາຊຽນ, ທ່ານເລຂາທິການໃຫຍ່ Kao Kim Hourn ຖືວ່າ ການຮ່ວມມື CLMV ປະກອບສ່ວນໂດຍກົງເຂົ້າໃນວິໄສທັດປະຊາຄົມອາຊຽນ 2045 ກໍ່ຄືບັນດາແຜນແມ່ບົດຂອງ ອາຊຽນ. ທ່ານຢືນຢັນວ່າ ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດແກ່ນສານໃນການຊຸກຍູ້ນ້ຳໃຈມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາປະເທດ CLMV.






