• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຸດຍອດ ACMECS, CLMV ແລະ CLV: ຊຸກຍູ້ການຮ່ວມມືໃນພາກພື້ນໃຫ້ຫຼາຍກວ່າອີກ

      ຕອນເຊົ້າວັນທີ 09 ທັນວາ, ກອງປະຊຸມສຸດຍອດຍຸດທະສາດຮ່ວມມືເສດຖະກິດ 3 ລຳແມ່ນ້ຳ ອີຣະວະດີ - ເຈົ້າພະຍາ - ແມ່ຂອງ ຄັ້ງທີ 9 (ACMECS), ກອງປະຊຸມສຸດຍອດ ການຮ່ວມມື ລະຫວ່າງ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 10 (CLMV 10) ແລະ ກອງປະຊຸມສຸດຍອດ ເຂດ 3 ລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 11 (CLV 11) ຖືກດຳເນີນຕາມຮູບການທາງອອນລາຍ.ອີຣະວະດີ
            ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ຜ່ານໄລຍະ 17 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ຍຸດທະສາດຮ່ວມມືເສດຖະກິດ ອີຣະວະດີ - ເຈົ້າພະຍາ - ແມ່ຂອງ ສາມາດຢັ້ງຢືນໄດ້ສີສັນສະເພາະ ແລະ ກົນໄກຮ່ວມມືສຳຄັນຂອງອະນຸພາກພື້ນແມ່ນ້ຳຂອງ ແລະ ສະເໜີບາງເນື້ອໃນຮ່ວມມື ແລະ ບາດບາດຂອງ ຍຸດທະສາດດັ່ງກ່າວ ແລະ ທ່ານໄດ້ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຖືຍຸດທະສາດ ອີຣະວະດີ - ເຈົ້າພະຍາ - ແມ່ຂອງ ເປັນສຳຄັນ. 

ກອງປະຊຸມສຸດຍຸດ ອີຣະວະດີ - ເຈົ້າພະຍາ - ແມ່ຂອງ ຄັ້ງທີ 9 (ພາບ: VGP)
      ສິ້ນສຸດກອງປະຊຸມສຸດຍຸດ ອີຣະວະດີ - ເຈົ້າພະຍາ - ແມ່ຂອງ ຄັ້ງທີ 9, ບັນດາປະເທດໄດ້ຮັບຮອງເອົາຖະແຫຼງການພະນົມເປັນ ກອງປະຊຸມສຸດຍອດຍຸດທະສາດຮ່ວມມືເສດຖະກິດ ອີຣະວະດີ - ເຈົ້າພະຍາ - ແມ່ຂອງ ຄັ້ງທີ 9 ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ ໄດ້ມອບຕຳແໜ່ງ ປະທານໝູນວຽນ ACMECS ໃຫ້ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ.
        ກໍໃນຕອນເຊົ້າວັນທີ 9 ທັນວາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ການຮ່ວມມືລະຫວ່າງ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 10 (CLMV 10) ໂດຍທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ເປັນປະທານ, ດ້ວຍຫົວຂໍ້ “ເພີ່ມທະວີປະສິດທິຜົນການເຊື່ອມຕໍ່ສຳລັບການເຊື່ອມໂຍງເຂົ້າກັບພາກພື້ນ”. ທີ່ກອງປະຊຸມ, ການນຳບັນດາປະເທດ ໄດ້ຕັດສິນໃຈຊຸກຍູ້ການຮ່ວມມື ເພື່ອແນໃສ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນທາງດ້ານເສດຖະກິດຂອງບັນດາປະເທດສະມາຊິກ, ຮັດແຄບໄລຍະຫ່າງໃນການພັດທະນາໃນພາກພື້ນ ແລະ ປະກອບສ່ວນເຂົ້າໃນວິວັດທະນາການສ້າງປະຊາຄົມ ອາຊຽນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ  (ພາບ: VGP)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊີ້ອອກ 3 ບຸລິມະສິດ ສຳລັບການຮ່ວມມືໃນໄລຍະຈະມາເຖິງ. ທ່ານກ່າວວ່າ:
        ທີໜຶ່ງ, ຂ້າພະເຈົ້າຂໍຊົມເຊີຍຕໍ່ການສ້າງສຳເລັດ “ກອບພັດທະນາ CLMV” ດ້ວຍກຳນົດທິດການຮ່ວມມືໃນຫຼາຍຂົງເຂດ, ເພື່ອແນໃສ່ສ້າງພາກພື້ນ CLMV ໃຫ້ກາຍເປັນສູນພັດທະນາ ແລະ ມີລາຍຮັບຢູ່ໃນລະດັບປານກາງສູງໃນປີ 2030. ທີສອງແມ່ນ ຍູ້ແຮງການເຊື່ອມຕໍ່ນະໂຍບາຍ ເພື່ອໜູນຊ່ວຍວິວັດທະນາການເຊື່ອມໂຍງເຂົ້າກັບພາກພື້ນ ຂອງ ອາຊຽນ ຢ່າງມີປະສິດທິຜົນ, ເສີມຂະຫຍາຍທ່າແຮງຂອງການຮ່ວມມື, ສ້າງສຳເລັດລະບອບລະບຽບການລົງນາມເພີ່ມເຕີມ ບົດບັນທຶກຊ່ວຍຈຳວ່າດ້ວຍເສັ້ນທາງ, ຄູ່ດ່ານຊາຍແດນ ເຂົ້າໃນ ອະນຸສັນຍາ… ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ 4 ປະເທດ ລົງທຶນເຂົ້າຕະຫຼາດຂອງກັນ; ເພີ່ມທະວີການເຊື່ອມຕໍ່ກັບເຕັກໂນໂລຢີຂໍ້ມູນຂ່າວສານ. ທີສາມແມ່ນ ເພີ່ມທະວີການຮ່ວມສຳພັນ, ຍົກສູງກຳລັງຄວາມສາມາດໃນການຜະລິດ ຂອງບັນດາຂະແໜງອາຊີບປຸງແຕ່ງ, ສົ່ງອອກຜະລິດຕະພັນກະເສດ ແລະ ສ້າງລະບົບການຜະລິດທີ່ສະໜອງຜະລິດຕະພັນກະເສດໃນພາກພື້ນ. ຫວຽດນາມ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ລາວ, ກຳປູເຈຍ ແລະ ມຽນມາ”.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ 4 ປະເທດ CLMV ຄວນຍູ້ແຮງການສ້າງເງື່ອນໄຂສະດວກໃຫ້ແກ່ການຈໍລະຈອນສິນຄ້າ, ການບໍລິການ ແລະ ການໄປ-ມາຂອງປະຊາຊົນ ລະຫວ່າງບັນດາປະເທດໃຫ້ຫຼາຍກວ່າອີກ; ສ້າງມາດຕະຖານກ່ຽວກັບຂໍ້ກຳນົດຈະລາຈອນ, ການຄ້າ, ພາສີ ໃຫ້ມີຄວາມກົມກຽວ, ຫັນລະບຽບການນຳເຂົ້າສົ່ງອອກ, ສິນຄ້າຜ່ານແດນເປັນງ່າຍດາຍ… ເພື່ອຊ່ວຍປະຊາຊົນ ແລະ ບັນດາວິສາຫະກິດ ຊຸກຍູ້ການຮ່ວມມືດ້ານການຄ້າ.
        ສິ້ນສຸດກອງປະຊຸມ, ການນຳຂັ້ນສູງ 4 ປະເທດ ໄດ້ຮັບຮອງເອົາເອກະສານ 3 ສະບັບ ເຊິ່ງລວມມີ ຖະແຫຼງການຮ່ວມຂອງກອງປະຊຸມ, ເອກະສານ “ກອບພັດທະນາ CLMV” ແລະ ບັນຊີລາຍຊື່ 16 ໂຄງການທີ່ໃຫ້ບຸລິມະສິດໃນການຮ່ວມມື. ບັນດາປະເທດກໍເຫັນດີມອບໃຫ້ ມຽນມາ ເປັນປະທານຈັດຕັ້ງກອງປະຊຸມສຸດຍອດ CLMV ຄັ້ງທີ 11.
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ CLV ຄັ້ງທີ 11 (ພາບ: TTXVN)
      ແລະ ກໍໃນວັນທີ 9 ທັນວາ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ເປັນປະທານກອງປະຊຸມສຸດຍອດເຂດ 3 ລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 11 ຜ່ານທາງອອນລາຍ. ເຂົ້າຮ່ວມກອງປະຊຸມ CLV ຄັ້ງທີ 11 ມີຄະນະຜູ້ແທນຫວຽດນາມໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນຫົວໜ້າຄະນະ.
      ກອງປະຊຸມໄດ້ຕີລາຄາຄວາມຄືນໜ້າ, ໝາກຜົນການຮ່ວມມືໃນໄລຍະທີ່ຈະມາເຖິງ, ພິເສດແມ່ນຖະແຫຼງການຮ່ວມຂອງ ກອງປະຊຸມ CLV ຄັ້ງທີ 10, ແຜນພັດທະນາເສດຖະກິດ-ສັງຄົມ ເຂດ 3 ລ່ຽມພັດທະນາ, ແຜນການກະທຳເຊື່ອມຈອດເສດຖະກິດ ເຂດ 3 ລ່ຽມພັດທະນາເຖິງປີ 2030 ແລະ ສັນຍາສົ່ງເສີມ ແລະ ສ້າງຄວາມສະດວກດ້ານການຄ້າໃນ ເຂດ 3 ລ່ຽມພັດທະນາ.
      ກອງປະຊຸມໄດ້ຮັບຮອງເອົາ ຖະແຫຼງການຮ່ວມຂອງ ກອງປະຊຸມ CLV ຄັ້ງທີ 11 ເພື່ອເປັນພື້ນຖານສ້າງ ແຜນພັດທະນາເສດຖະກິດ-ສັງຄົມ ເຂດ 3 ລ່ຽມພັດທະນາ CLV ເຖິງປີ 2030, ແຜນການພັດທະນາການທ່ອງທ່ຽວຢູ່ ເຂດ 3 ລ່ຽມພັດທະນາ ແລະ ແຜນພັດທະນາຂະແໜງອຸດສາຫະກຳຢ່າງພາລາແບບຍືນຍົງຢູ່ ເຂດ 3 ລ່ຽມພັດທະນາ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top