• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຸດຍອດ ຄັ້ງທີສອງ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ: ຫວຽດນາມ ໄດ້ປະຕິບັດບົດບາດເປັນປະເທດເຈົ້າພາບເປັນຢ່າງດີ

      ທ່ານ ສາດສະດາຈານ Stephen Noerper, ຜູ້ອຳນວຍການຂັ້ນສູງສຸດຂອງສະຖາບັນ ສ.ເກົາຫຼີ ໄດ້ຕີລາຄາສູງ ຫວຽດນາມໃນການປະຕິບັດບົດບາດເປັນເຈົ້າພາບຈັດກອງປະຊຸມສຸດຍອດຄັ້ງນີ້ເປັນຢ່າງດີ

ທ່ານປະທານາທິບໍດີ ອາເມລິກາ DonaldTrump ແລະທ່ານ ປະເທານ ສປປ.ເກົາຫຼີ Kim Jong- Un.
      ພາຍຫຼັງສິ້ນສຸດກອງປະຊຸມສຸດຍອດຄັ້ງທີສອງລະຫວ່າງ ອາເມລິກາ - ສປປ.ເກົາຫຼີ, ທ່ານສາດສະດາຈານ Stephen Noerper, ຜູ້ອຳນວຍການຂັ້ນສູງສຸດຂອງສະຖາບັນ ສ.ເກົາຫຼີ ໄດ້ຕີລາຄາສູງ ຫວຽດນາມ ໃນການປະຕິບັດບົດບາດເປັນເຈົ້າພາບຈັດກອງປະຊຸມສຸດຍອດຄັ້ງນີ້ເປັນຢ່າງດີແລະຄວາມມານະພະຍາຍາມຂອງ ຫວຽດນາມ ລ້ວນແຕ່ໄດ້ຮັບການຮັບຮູ້ຈາກທຸກຝ່າຍ, ໂດຍສະເພາະແມ່ນບັນດາຝ່າຍທີ່ເຂົ້າຮ່ວມໃນການເຈລະຈາ. ທ່ານ Noerper ໃຫ້ຂໍ້ສັງເກດວ່າ ພາຍຫຼັງກອງປະຊຸມນີ້, ຫວຽດນາມ ອາດຈະສືບຕໍ່ສວມບົດບາດເປັນເຈົ້າພາບອີກໃນອະນາຄົດ. ຕານທ່ານ Noerper ແລ້ວ ເລື່ອງ ທ່ານ Kim Jong-Un ຜູ້ນຳ ສປປ. ເກົາຫຼີຖືເອົາໂອກາດນີ້ໄປຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການນັ້ນກໍ່ເປັນເຫດການທີ່ສຳຄັນທີ່ສຸດ, ຜ່ານນັ້ນສະແດງໃຫ້ເຫັນປາດຖະໜາຢາກຊອກຮູ້ກ່ຽວກັບຫວຽດນາມ.
        ກ່ຽວກັບຜົນຂອງກອງປະຊຸມທີ່ຜ່ານມາ, ທ່ານ ສາດສະດາຈານ Stephen Noerper ຢັ້ງຢືນວ່າສິ່ງທີ່ຕັ້ງໜ້າແມ່ນວິວັດການເຈລະຈາຍັງຄົງໄດ້ດຳເນີນຕໍ່ໄປ. ເພື່ອແກ້ໄຂບັນດາຂໍ້ຂັດແຍ້ງກ່ຽວກັບຄວາມຮັບຮູ້ຂອງການປອດນິວເຄຼີຍ. ທ່ານ ສາດສະດາຈານ Stephenໃຫ້ຮູ້ຕື່ມອີກວ່າ: ອາເມລິກາ ແລະ ສປປ.ເກົາຫຼີ ຕ້ອງມີຄວາມເຂົ້າໃຈຢ່າງຈະແຈ້ງກ່ຽວກັບນິຍາມຂອງການປອດນິວເຄຼຍຂອງກັນແລະກັນ, ກໍ່ຄືຕ້ອງເບິ່ງຄືນຄວາມແຕກຕ່າງ ທີ່ຍັງຄົງຄ້າງ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top