• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫຼີ:ວິໄສທັດໃຫ້ໄລຍະ 30 ປີຕໍ່ໄປ

      ກອງປະຊຸມປີນີ້ເປັນຂີດໝາຍໄລຍະທາງຮ່ວມມືຄົບຮອບ 30 ປີລະຫວ່າງອາຊຽນ ແລະ ສ.ເກົາຫຼີ, ແມ່ນໂອກາດເພື່ອນຳການພົວພັນລະຫວ່າງ 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່, ສ້າງວິໄສທັດໃຫ້ແກ່ໄລຍະ 30 ປີຕໍ່ໄປ.

ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in
(ພາບປະກອບ: TTXVN)
      ກອງປະຊຸມສຸດຍອດອາຊຽນ - ສ.ເກົາຫຼີ, ພວມດຳເນີນໄປຢູ່ນະຄອນທ່າກ່ຳປັ່ນ Busan, ສ.ເກົາຫຼີ, ແມ່ນເຫດການການຕ່າງປະເທດໃຫຍ່ ແລະ ແມ່ນສ່ວນໜຶ່ງຂອງ “ນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່” ຂອງສ.ເກົາຫຼີ, ໃນນັ້ນອາຊຽນ ແມ່ນບັນຫາຈຸດສຸມ. ກອງປະຊຸມປີນີ້ເປັນຂີດໝາຍໄລຍະທາງຮ່ວມມືຄົບຮອບ 30 ປີລະຫວ່າງອາຊຽນ ແລະ ສ.ເກົາຫຼີ, ແມ່ນໂອກາດເພື່ອນຳການພົວພັນລະຫວ່າງ 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່, ສ້າງວິໄສທັດໃຫ້ແກ່ໄລຍະ 30 ປີຕໍ່ໄປ.
        ເຫດການໄດ້ເຕົ້າໂຮມບັນດາຜູ້ນຳ ແລະ ເຈົ້າໜ້າທີ່ລັດຖະບານຂອງ 10 ປະເທດອາຊຽນ ລວມມີ: ອິນໂດເນເຊຍ, ຟີລິບປິນ, ສິງກະໂປ, ມາເລເຊຍ, ກຳປູເຈຍ, ບຣຸໄນ, ໄທ, ມຽນມາ, ລາວ ແລະ ຫວຽດນາມ. ກອງປະຊຸມສຸດຍອດຄັ້ງນີ້ແມ່ນການຕີລາຄາຄືນບັນດາຜົນງານໃນການຮ່ວມມືທີ່ບັນລຸໄດ້ລະຫວ່າງ 2 ຝ່າຍໃນຮອບເວລາ 30 ປີຜ່ານມາ ແລະ ຍົກອອກທິດທາງຮ່ວມມືໃໝ່ໃນໄລຍະ 30 ປີຈະມາເຖິງ.
ຈາກຄູ່ຮ່ວມມືກາຍເປັນຄູ່ຮ່ວມມືຍຸດທະສາດ
        ການພົວພັນຄູ່ຮ່ວມມືສ.ເກົາຫຼີ - ອາຊຽນ ໄດ້ຮັບການສ້າງຕັ້ງນັບແຕ່ປີ 1989 ແລະ ປະຈຸບັນໄດ້ກາຍເປັນການພົວພັນຄູ່ຮ່ວມມືຍຸດທະສາດ. ຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ໄດ້ຊ່ວຍໃຫ້ 2 ຝ່າຍຊອກຫາໄດ້ສຽງເວົ້າລວມໃນຫຼາຍບັນຫາ.
        ການພົວພັນລະຫວ່າງອາຊຽນ - ສ.ເກົາຫຼີ ໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານການຮ່ວມມືອັນຍາວນານ, ພິເສດນັບແຕ່ປີ 2010, ເມື່ອ 2 ຝ່າຍໄດ້ຍົກການພົວພັນໃຫ້ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ: ສ້າງຄວາມໄວ້ເນື້ອເຊື່ອໃຈ, ສ້າງຄວາມຜາສຸກ “ມຸ່ງໄປສູ່ທິດໃຕ້ໃໝ່” ໂດຍທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ຍົກອອກມາເມື່ອປີ 2017 ພາຍຫຼັງຂຶ້ນກຳອຳນາດ. ໃນໄລຍະ 2 ປີແຫ່ງການປະຕິບັດນະໂຍບາຍດັ່ງກ່າວ, ການພົວພັນລະຫວ່າງອາຊຽນ ແລະ ສ.ເກົາຫຼີ ເວົ້າລວມ ກໍຄືລະຫວ່າງສ.ເກົາຫຼີ ກັບແຕ່ລະປະເທດສະມາຊິກອາຊຽນ ເວົ້າສະເພາະ, ໄດ້ມີບັນດາບາດກ້າວພັດທະນາຢ່າງແຮງໃນຫຼາຍຂົງເຂດ. ກ່ຽວກັບການພົວພັນດ້ານການທູດ, ທ່ານ Moon Jae in ດຳລົງຕຳແໜ່ງເປັນປະທານາທິບໍດີສ.ເກົາຫຼີ ຜູ້ທຳອິດຢ້ຽມຢາມທັງໝົດ 10 ປະເທດອາຊຽນ ໃນອາຍຸການຂອງຕົນ. ໃນຂົງເຂດເສດຖະກິດ - ການຄ້າ, ປະຈຸບັນສ.ເກົາຫຼີ ສືບຕໍ່ແມ່ນຄູ່ຮ່ວມມືດ້ານການຄ້າ ແລະ ນັກລົງທຶນໂດຍກົງໃຫຍ່ຢືນອັນດັບທີ 5 ຂອງອາຊຽນ. ການແລກປ່ຽນດ້ານການຄ້າໄດ້ເພີ່ມຂຶ້ນປະມານ 20 ເທົ່າ ເມື່ອທຽບໃສ່ 30 ປີກ່ອນ. ຄວາມຄ້າຍຄືກັນ, ການເຊື່ອມຕໍ່ຈາກວັດທະນະທຳ, ສິລະປະດົນຕີ ຕະຫຼອດຮອດອາຫານການກິນ… ພວມປະກອບສ່ວນນຳການພົວພັນລະຫວ່າງ 2 ຝ່າຍໃຫ້ພັດທະນາຢ່າງວ່ອງໄວ.
        ໃນຂະນະນັ້ນ, ບັນດາປະເທດອາຊຽນ ກໍ່ຕັ້ງໜ້າຮັບ “ນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່” ຂອງສ.ເກົາຫຼີ, ເຮັດໃຫ້ສ.ເກົາຫຼີ ກາຍເປັນໜຶ່ງໃນບັນດາຄູ່ຮ່ວມມືທີ່ໃກ້ຊິດ ແລະ ມີຄວາມສຳຄັນແຖວໜ້າຂອງອາຊຽນ. ສ.ເກົາຫຼີ ໄດ້ເຂົ້າຮ່ວມເກືອບທັງໝົດກົນໄກໂດຍອາຊຽນ ສ້າງຕັ້ງ ແລະ ນຳພາຄື: ກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS), ເວທີປາໄສຄວາມໝັ້ນຄົງຢູ່ພາກພື້ນ (ARF), ອາຊຽນ +3. 2 ຝ່າຍກໍ່ມີບັນດາບາດກ້າວສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາບັນຫາສາກົນ, ຮ່ວມມືກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ທົ່ວໂລກ, ຄືການພັດທະນາແບບຍືນຍົງ, ການຕ້ານການປ່ຽນແປງຂອງດິນຟ້າອາກາດ, ບໍ່ແຜ່ຂະຫຍາຍອາວຸດລ້າງຜານ. ອາຊຽນ ແລະ ສ.ເກົາຫຼີ ໄດ້ແບ່ງປັນຫຼັກໝັ້ນກ່ຽວກັບບັນດາບັນຫາມີລັກສະນະຫຼັກການຄື ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ ແລະ ການປົກປັກຮັກສາຄວາມເສລີໃນການເດີນທະເລ ແລະ ການບິນຢູ່ພາກພື້ນອາຊີ - ປາຊີຟິກ.
ປະຕິບັດການຫັນ ປະຊາຄົມອາຊຽນ - ສ.ເກົາຫຼີ ພ້ອມກັນພັດທະນາໃຫ້ປະກົດຜົນເປັນຈິງ
        ໃນສະພາບການໂລກພວມປະເຊີນໜ້າກັບຫຼາຍບັນຫາ, ໃນນັ້ນມີສົງຄາມການຄ້າລະຫວ່າງຈີນ ແລະ ອາເມລິກາ ຍັງບໍ່ທັງຢຸດຕິເທື່ອນັ້ນ, ສ.ເກົາຫຼີ ຄວນມີບັນດາຄູ່ຮ່ວມມືໃໝ່ເພື່ອແນໃສ່ຫຼຸດຜ່ອນການອີງໃສ່ເຂົ້າບັນດາຄູ່ຮ່ວມມືທີ່ເປັນມູນເຊື້ອ, ຊ່ວຍເພີ່ມທະວີການສົ່ງຜົນກະທົບຢູ່ພາກພື້ນທີ່ກວ້າງໃຫຍ່ ແລະ ອາຊຽນ, ແມ່ນອົງການຈັດຕັ້ງທີ່ມີທີ່ຕັ້ງ ແລະ ບົດບາດນັບມື້ນັບເພີ່ມຂຶ້ນ, ພົ້ນເດັ່ນຂຶ້ນກາຍເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ.
        ປະຈຸບັນ, ອາຊຽນ ພວມມານະພະຍາຍາມຜັນຂະຫຍາຍການປະຕິບັດວິໄສທັດອາຊຽນ 2025. ປີ 2020, ຈຸດສຸມຂອງອາຊຽນ ແມ່ນຄວາມສາມັກຄີ, ຊຸກຍູ້ການຮ່ວມສຳພັນ ແລະ ການເຊື່ອມຈອດພາກພື້ນ, ຍົກສູງກຳລັງຄວາມສາມາດຮັບມື ແລະ ຍາດແຍ່ງບັນດາກາລະໂອກາດຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ຍູ້ແຮງການພົວພັນແລກປ່ຽນວັດທະນະທຳ ແລະ ປະຊາຊົນ, ໃນນັ້ນເພີ່ມທະວີການຮ່ວມສຳພັນເສດຖະກິດພາຍໃນກຸ່ນ, ຍົກລະດັບການພົວພັນລະຫວ່າງອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື, ໃນນັ້ນມີສ.ເກົາຫຼີ. ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງອາຊຽນ ແມ່ນສະໜັບສະໜູນການປອດນິວເຄຼຍໃນແຫຼມເກົາຫຼີຢ່າງສິ້ນເຊິງ, ຮຽກຮ້ອງໃຫ້ບັນດາຝ່າຍຮັກສາທ່າເຈລະຈາ, ປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ແລ້ວຢ່າງຄົບຖ້ວນ, ມຸ່ງໄປເຖິງການຮັກສາສັນຕິພາບອັນໝັ້ນຄົງຍາວນານໃນແຫຼມເກົາຫຼີ. ເພາະສະນັ້ນ, ຄວາມໝັ້ນຄົງຢູ່ພາກພື້ນ ແລະ ສາກົນແມ່ນເນື້ອໃນມີຄວາມສຳຄັນໃນການພົວພັນລະຫວ່າງອາຊຽນ - ສ.ເກົາຫຼີ, ໃນນັ້ນບັນດາປະເທດລ້ວນແຕ່ເນັ້ນໜັກເຖິງເລື່ອງຕ້ອງຮັກສາສັນທິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການຮ່ວມມືຂອງພາກພື້ນ ແລະ ສາກົນ.
        ບົນພື້ນການພົວພັນອັນດີງາມເປັນເວລາ 30 ປີຜ່ານມາ, ກອງປະຊຸມສຸດຍອດພິເສດອາຊຽນ - ສ.ເກົາຫຼີ ໃນຄັ້ງນີ້ແມ່ນຂີດໝາຍໃໝ່, ກຳນົດທິດໃຫ້ແກ່ວິໄສທັດຂອງການພົວພັນລະຫວ່າງອາຊຽນ - ສ.ເກົາຫຼີ ໃນໄລຍະ 30 ປີຕໍ່ໄປ. ພ້ອມທັງ, ນີ້ແມ່ນໂອກາດເພື່ອສົ່ງເສີມ ແລະ ສ້າງແຫຼ່ງບັນດານໃຈໃຫ້ປະຊາຊົນ, ວິສາຫະກິດ, ລັດຖະບານບັນດາປະເທດອາຊຽນ, ສ.ເກົາຫຼີ, ມີກຳລັງໜູນຕື່ມອີກເພື່ອປະຕິບັດເປົ້າໝາຍ “ປະຊາຄົມອາຊຽນ - ສ.ເກົາຫຼີ ພ້ອມກັນພັດທະນາ, ມີຄວາມວັດທະນາຖາວອນ ແລະ ສັນຕິພາບໃຫ້ແກ່ປະຊາຊົນ”.
 (ແຫຼ່ງຄັດຈາກ VOV)
 

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top