• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາ “ບັນດາຄຸນຄ່າສາກົນຂອງໄຊຊະນະ ດ້ຽນບຽນຝູ ຍືນຍົງຕະຫຼອດໄປ” ຢູ່ ອີຕາລີ

ໄຊຊະນະ ດ້ຽນບຽນຝູ ບໍ່ພຽງແຕ່ມີຄວາມໝາຍຕໍ່ການປະຕິວັດຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງກາຍເປັນແຫຼ່ງລະດົມກຳລັງໃຫ້ແກ່ບັນດາຂະບວນການປົດປ່ອຍຊາດ ແລະ ເປັນຂີດໝາຍແຫ່ງການຊຸດໂຊມຂອງລັດທິລ່າເມືອງຂຶ້ນໃນທົ່ວໂລກອີກດ້ວຍ.
ຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ (ພາບ: TTXVN)

ຕອນບ່າຍວັນທີ 09 ພຶດສະພາ, ສະຖານທູດ ຫວຽດນາມ ປະຈຳ  ອີຕາລີ ໄດ້ຈັດກອງປະຊຸມສຳມະນາທາງໄກ ແລະ ເຊິງໜ້າ ດ້ວຍຫົວຂໍ້ “ບັນດາຄຸນຄ່າສາກົນຂອງໄຊຊະນະ ດ້ຽນບຽນຝູ ຍືນຍົງຕະຫຼອດໄປ” ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ.

ໃນບົດປະກອບຄວາມເຫັນທີ່ກອງປະຊຸມສຳມະນາ, ທ່ານນາງ Cristina Cricilo, ຜູ້ປະຈຳການສູນກາງພັກກອມມູນິດ ອີຕາລີ, ໄດ້ຕີລາຄາວ່າ ໄຊຊະນະ ດ້ຽນບຽນຝູ ບໍ່ພຽງແຕ່ມີຄວາມໝາຍຕໍ່ການປະຕິວັດຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງກາຍເປັນແຫຼ່ງລະດົມກຳລັງໃຫ້ແກ່ບັນດາຂະບວນການປົດປ່ອຍຊາດ ແລະ ເປັນຂີດໝາຍແຫ່ງການຊຸດໂຊມຂອງລັດທິລ່າເມືອງຂຶ້ນໃນທົ່ວໂລກອີກດ້ວຍ. ຊື່ສຽງຂອງໄຊຊະນະ ດ້ຽນບຽນຝູ ໄດ້ແຜ່ຂະຫຍາຍໄປທົ່ວໂລກ, ຊີ້ໃຫ້ເຫັນເຈດຈຳນົງ ແລະ ຄວາມສາມັກຄີທົ່ວປວງຊົນທັງຊາດສາມາດຍາດເອົາໄຊຊະນະຕໍ່ໜ້າສັດຕູມີກຳລັງແຮງດ້ານການທະຫານທີ່ໃຫຍ່ຫຼວງກວ່າ.

ທ່ານອະດີດສະມາຊິກສະພາສູງ Giovanni Russo Spena, ຜູ້ຕາງໜ້າພັກກອມມູນິດສ້າງຕັ້ງຄືນໃໝ່ ອີຕາລີ, ໄດ້ຍົກອອກຄວາມສາມາດ “ສ້າງເປັນປະຫວັດສາດ” ຂອງ ຫວຽດນາມ, ບໍ່ພຽງແຕ່ໃນອະດີດຕະການຄືໄຊຊະນະ ດ້ຽນບຽນຝູ ເທົ່ານັ້ນ, ຫາກຍັງໃນປະຈຸບັນ, ເມື່ອພວມສ້າງຄວາມໝັ້ນຄົງເຂັ້ມແຂງຕໍ່ໜ້າໂລກທີ່ມີການຜັນແປຫຼາຍຢ່າງອີກດ້ວຍ. ທ່ານໃຫ້ຂໍ້ສັງເກດວ່າ, ຫວຽດນາມ ແມ່ນແບບຢ່າງໃຫ້ແກ່ບັນດານັກກອມມູນິດ ອີຕາລີ ກ່ຽວກັບວີທີສຳຜັດຫຼາຍແງ່ມູມໃໝ່, ສະຫຼາດສະຫຼຽວ, ດຸ່ນດ່ຽງ ແລະ ມີສະຖຽນລະພາບ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານປະທານາທິບໍດີ ສະວິດ Guy Parmelin, ພ້ອມກັບຄະນະຜູ້ແທນຂັ້ນສູງສອງປະເທດ ໄດ້ດຳເນີນການພົບປະເຈລະຈາ

Top