ຕອນເຊົ້າວັນທີ 23 ເມສາ, ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ “50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ: ບົດບາດສ້າງສັນຂອງການທູດໃນປະຫວັດສາດ ແລະ ປະຈຸບັນ”, ເຫດການມີການເຂົ້າຮ່ວມຂອງຜູ້ແທນຢູ່ພາຍໃນ ແລະ ສາກົນ 500 ຄົນ, ໃນນັ້ນ ມີຫຼາຍພະຍານຫຼັກຖານປະຫວັດສາດ, ນັກຮຽນຮູ້, ນັກຄົ້ນຄວ້າຢູ່ພາຍໃນປະເທດ ແລະ ເພື່ອນມິດສາກົນ.
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເນັ້ນໜັກວ່າ, ໄຊຊະນະວັນທີ 30 ເມສາ 1975 ແມ່ນເຫດການມີຄວາມໝາຍສຳຄັນຍິ່ງໃນປະຫວັດສາດຂອງຊາດ ຫວຽດນາມ. ນັບແຕ່ນີ້, ປະເທດ ຫວຽດນາມ ໄດ້ໂຮມປະເທດຊາດເປັນເອກະພາບ; ຊາດ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່ - ສັງກາດເອກະລາດ, ທ້ອນໂຮມ, ທົ່ວປະເທດກ້າວຂຶ້ນສັງຄົມນິຍົມ. ທ່ານປະທານປະເທດ ເລືອງເກື່ອງ ຢືນຢັນວ່າ:
“ລັກສະນະຍຸກສະໄໝ ແລະ ສະຖານະການການເມືອງຢ່າງເລິກເຊິ່ງຂອງ “ເລື່ອງລາວກ່ຽວກັບ ຫວຽດນາມ” ຍັງໄດ້ຮັກສາໄວເໝືອນເດີມ, ແຜ່ກະຈາຍບັນດາຄຸນຄ່າອັນສູງສົ່ງຂອງວິວັດການຊອກຫາສັນຕິພາບແບບຍືນຍົງ, ສົນທະນາ, ສ້າງສາປະເທດຊາດຄືນໃໝ່ ແລະ ພັດທະນາ. ກ້າວເຂົ້າສູ່ສັງກາດໃໝ່, ສັງກາດບຸກບືນຂອງຊາດ, ຍາມໃດ ຫວຽດນາມ ກໍ່ພ້ອມແລ້ວຈະປະກອບສ່ວນຢ່າງຕັ້ງໜ້າ ແລະ ເປັນເຈົ້າການເຂົ້າພື້ນຖານການເມືອງໂລກ, ພື້ນຖານເສດຖະກິດທົ່ວໂລກ ແລະ ພື້ນຖານສີວິໄລຂອງມວນມະນຸດ”.
ທີ່ກອງປະຊຸມສຳມະນາ, ມີເພື່ອນມິດສາກົນ, ນັກການທູດ, ນັກຮຽນຮູ້ສາກົນຫຼາຍທ່ານ, ຢືນຢັນວ່າ ໄຊຊະນະປະຫວັດສາດເມື່ອວັນທີ 30 ເມສາ 1975 ແລະ ການຟື້ນຟູຢ່າງແຮງພາຍຫຼັງສົງຄາມຂອງ ຫວຽດນາມ ແມ່ນແບບຢ່າງພົ້ນເດັ່ນກ່ຽວກັບສັນຕິພາບ, ການສ້າງສາປະເທດຊາດຄືນໃໝ່, ພັດທະນາ; ກ່ຽວກັບຈິດໃຈອັດອະດີດຕະການ, ມຸ່ງໄປສູ່ອະນາຄົດ. ທ່ານ John McAuliff, ຫົວໜ້າບໍລິຫານກອງທຶນໄກ່ເກ່ຍ ແລະ ພັດທະນາ ອາເມລິກາ, ຜູ້ເຄີຍເຂົ້າຮ່ວມການເຄື່ອນໄຫວໃນຂະບວນການຂອງປະຊາຊົນ ອາເມລິກາ ຄັດຄ້ານສົງຄາມຢູ່ ຫວຽດນາມ ແຕ່ທ້າຍສະຕະວັດ 1960 ແລະ ໄດ້ມາຢ້ຽມຢາມ ຫວຽດນາມ ເປັນຫຼາຍຄັ້ງ, ຢັ້ງຢືນວ່າ:
“ຂ້າພະເຈົ້າຄິດວ່າ, ຫວຽດນາມ ມີທີ່ຕັ້ງພຽງໜຶ່ງດຽວ, ນັບທັງບັນດາປະເທດບໍ່ເຄີຍສະໜັບສະໜູນໄດ້ເຊື່ອໝັ້ນ, ແລະ ລ້ວນແຕ່ສ້າງການພົວພັນຢ່າງອົບອຸ່ນກັບ ຫວຽດນາມ. ຫວຽດນາມ ມີຄວາມສຳຄັນຢ່າງໃຫຍ່ຫຼວງຕໍ່ສາກົນ, ບໍ່ພຽງແຕ່ຍ້ອນຜົນງານຂອງໄຊຊະນະວັນທີ 30 ເມສາ 1975 ເທົ່ານັ້ນ, ຫາກນັງທັບຜົນງານໃນການສ້າງສາປະເທດຊາດຄືນໃໝ່, ພັດທະນາເສດຖະກິດອີກດ້ວຍ”.