• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາຢູ່ສ.ເກົາຫຼີ ກ່ຽວກັບສະພາບການຢູ່ທະເລຕາເວັນອອກພາຍຫຼັງຄຳຕັດສິນຂອງສານອະນຸຍາໂຕຕຸລາການ

ກອງປະຊຸມສຳມະນາກ່ຽວກັບສະພາບການຢູ່ທະເລຕາເວັນອອກພາຍຫຼັງຄຳຕັດສິນຂອງສານອະນຸຍາໂຕຕຸລາການ ຢູ່ສ.ເກົາຫຼີ 
(ພາບ: Phm Duy/Vietnam+)
       ວັນ​ທີ 29/11, ຢູ່​ນະ​ຄອນ Gwangju, ສູນ​ກາງ​ເສດ​ຖະ​ກິດ - ວັດ​ທະ​ນະ​ທຳ ຢູ່​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ສ. ເກົາຫຼີ, ສະ​ມາ​ຄົມ​ນັກ​ຄົ້​ນ​ຄ້​ວາ ຫວຽດ​ນາມ ​ວິ​ທະ​ຍາ ພວມ​ຮ່ຳ​ຮຽນ​ຢູ່ ສ. ເກົາຫຼີ ໄດ້​ສົມ​ທົບ​ກັບ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ວັ​ດ​ທະ​ນະ​ທ​ຳສາ​ກົນ​ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ Chosun, ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ດ້ວຍ​ຫົວ​ຂໍ້​ວ່າ “ສະ​ພາບ​ການ ແລະ ແງ່​ຫວັງ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ພາຍຫຼັງ​ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ໃນ​ກໍ​ລະ​ນີ​ຮ້ອງ​ຟ້ອງ​ຂອງ ຟີ​ລິ​ບ​ປິນ”. ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ມີ​ຜູ້​ແທນ 70 ຄົນ​ເຊິ່ງ​ແມ່ນ​ບັນ​ດາ​ນັກ​ຊ່ຽວ​ຊານ, ນັກ​ຮຽນ​ຮູ້, ນັກ​ຄົ້ນ​ຄ້​ວາ​ຂອງ ສ. ເກົາຫຼີ ແລະ ຫວຽດ​ນາມ, ພ້ອມ​ກັບ​ນັກ​ສຶກ​ສາ ແລະ ປະ​ຊາ​ຊົນ​ປະ​ຈຳ​ຖິ່ນ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ນັກ​ຮຽນ​ຮູ້​ໄດ້​ສຸມ​ໃສ່​ໄຈ້​ແຍກ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ພາຍຫຼັງ​ຄຳ​ຕັດ​ສິນ​ໃນ​ວັນ​ທີ 12/7/2016 ຂອງ​ສາ​ນ​ອະ​ນ​ຸ​ຍາ​ໂຕ​ຕຸ​ລາ​ການ ຢູ່​ລາ​ໄຮ (ປະ​ເທດ ໂຮນ​ລັງ) ກ່ຽວ​ກັບ​ກໍ​ລະ​ນີ ຟີ​ລິບ​ປິນ ຮ້ອງ​ຟ້ອງ ຈີນ ໃນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ບັນ​ດາ​ນັກ​ຮຽນ​ຮູ້​ຖື​ວ່າ: ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ ແມ່ນ​ເຫດ​ການ​ມີ​ຄວາມ​ໝາຍ​ສຳ​ຄັນ, ເປີດ​ກາ​ລະ​ໂອ​ກາດ​ໃໝ່​ເພື່ອ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນກ່ຽວ​ກັບ​ອະ​ທິ​ປະ​ໄຕ​​ເຂດ​ນ່ານນ​້ຳ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ອີງ​ໃສ່​​ພື້ນ​ຖານນິ​ຕິ​ກຳ, ຢັ້ງ​ຢືນ​ບົດ​ບາດ​ສຳ​ຄັນ​ຂອງ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS), ພ້ອມ​ທັງ​ຖື​ວ່າ​ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນ​ຸ​ຍາ​ໂຕ​ຕຸ​ລາ​ການບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ສຳ​ລັບ​ບັນ​ດາ​ຝ່າ​ຍ​ມີ​ການ​ຂັດ​ແຍ້ງ​ກັນ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ສຳ​ຄັນ​ສຳ​ລັບ​ການ​ພັດ​ທະ​ນາ​ຂອງ​ກົດ​ໝາຍ​ສາ​ກົນ​ເວົ້າ​ລວມ ແລະ ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ເວົ້າ​ສະ​ເພາະ. ບັນ​ດາ​ນັກ​ຮຽນ​ຮູ້ກໍ່​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ມີ​ການ​ຂັດ​ແຍ້ງ​ກັນ​​ເຄົາ​ລົບ​ຄຳ​ຕັດ​ສິນ​ດັ່ງ​ກ່າວ ແລະ ເຄົາ​ລົບບັນ​ດາ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາ​ຍ​ສາ​ກົນ, ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ມາດ​ຕະ​ການ​ສັນ​ຕິ​ພາບ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top