ຂ່າວສານ
ກອງປະຊຸມສະໄໝສາມັນເທື່ອທີ 1, ສະພາແຫ່ງຊາດຊຸດທີ 16 ຈະບູລະນະບັນດາຕຳແໜ່ງການນຳຫຼັກແຫຼ່ງໃຫ້ສົມບູນແບບ
ຕອນເຊົ້າວັນທີ 26 ມີນາ, ຢູ່ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄະນະປະຈຳສະພາແຫ່ງຊາດ ກ່ຽວກັບວຽກງານກະກຽມຈັດກອງປະຊຸມສະໄໝສາມັນເທື່ອທີ 1, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16. ຄາດວ່າ, ເວລາເຮັດວຽກຂອງກອງປະຊຸມແມ່ນ 11 ມື້, ແບ່ງເປັນ 2 ຄັ້ງ, ໄຂຂຶ້ນໃນວັນທີ 06 ເມສາ, ຄາດວ່າຈະປິດລົງໃນວັນທີ 24 ເມສາ 2026.
ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ຊີ້ແຈ້ງວ່າ:
“ທີ່ກອງປະຊຸມຄັ້ງນີ້ສະພາແຫ່ງຊາດຈະພິຈາລະນາການບູລະນະບັນດາຕຳແໜ່ງຂອງລັດໃຫ້ສົມບູນແບບ, ລວມມີ: ປະທານປະເທດ, ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ, ບັນດາຮອງປະທານສະພາແຫ່ງຊາດ, ຮອງນາຍົກລັດຖະມົນຕີ, ບັນດາສະມາຊິກລັດຖະບານ, ບັນດາກຳມະການກຳມາທິການປະຈຳສະພາແຫ່ງຊາດ, ສະພາຊົນເຜົ່າ, ບັນດາກຳມາທິການຂອງສະພາແຫ່ງຊາດ. ນີ້ແມ່ນກອງປະຊຸມສືບຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ; ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 - 2031”.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກໍ່ເນັ້ນໜັກວ່າ ພາຍຫຼັງການເລືອກຕັ້ງ, ບັນດາອົງການສູນກາງ ແລະ ທ້ອງຖິ່ນ ໄດ້ດຳເນີນການກວດກາຄືນຈົດໝາຍທີ່ກ່ຽວຂ້ອງທັງໝົດ, ຮັບປະກັນຖືກຕ້ອງຕາມຂໍ້ກຳນົດກ່ອນທີ່ຈະປະກາດໝາກຜົນເປັນທາງການ.








