ຄາດວ່າ, ເວລາເຮັດວຽກຂອງກອງປະຊຸມແມ່ນ 11 ມື້, ແບ່ງເປັນ 2 ຄັ້ງ, ໄຂຂຶ້ນໃນວັນທີ 06 ເມສາ, ຄາດວ່າຈະປິດລົງໃນວັນທີ 24 ເມສາ 2026.
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກ່າວຄຳເຫັນຊີ້ນຳກອງປະຊຸມ)
ຕອນເຊົ້າວັນທີ 26 ມີນາ, ຢູ່ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄະນະປະຈຳສະພາແຫ່ງຊາດ ກ່ຽວກັບວຽກງານກະກຽມຈັດກອງປະຊຸມສະໄໝສາມັນເທື່ອທີ 1, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16. ຄາດວ່າ, ເວລາເຮັດວຽກຂອງກອງປະຊຸມແມ່ນ 11 ມື້, ແບ່ງເປັນ 2 ຄັ້ງ, ໄຂຂຶ້ນໃນວັນທີ 06 ເມສາ, ຄາດວ່າຈະປິດລົງໃນວັນທີ 24 ເມສາ 2026.
ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ຊີ້ແຈ້ງວ່າ:
“ທີ່ກອງປະຊຸມຄັ້ງນີ້ສະພາແຫ່ງຊາດຈະພິຈາລະນາການບູລະນະບັນດາຕຳແໜ່ງຂອງລັດໃຫ້ສົມບູນແບບ, ລວມມີ: ປະທານປະເທດ, ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ, ບັນດາຮອງປະທານສະພາແຫ່ງຊາດ, ຮອງນາຍົກລັດຖະມົນຕີ, ບັນດາສະມາຊິກລັດຖະບານ, ບັນດາກຳມະການກຳມາທິການປະຈຳສະພາແຫ່ງຊາດ, ສະພາຊົນເຜົ່າ, ບັນດາກຳມາທິການຂອງສະພາແຫ່ງຊາດ. ນີ້ແມ່ນກອງປະຊຸມສືບຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ; ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 - 2031”.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກໍ່ເນັ້ນໜັກວ່າ ພາຍຫຼັງການເລືອກຕັ້ງ, ບັນດາອົງການສູນກາງ ແລະ ທ້ອງຖິ່ນ ໄດ້ດຳເນີນການກວດກາຄືນຈົດໝາຍທີ່ກ່ຽວຂ້ອງທັງໝົດ, ຮັບປະກັນຖືກຕ້ອງຕາມຂໍ້ກຳນົດກ່ອນທີ່ຈະປະກາດໝາກຜົນເປັນທາງການ.