• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລີ່ມເຄື່ອນໄຫວກົນໄກຮ່ວມມືປະຕິບັດກົດໝາຍເຂດຊາຍແດນ ຫວຽດນາມ - ຈີນ - ລາວ

ຕາມເນື້ອໃນຂອງຂໍ້ຕົກລົງ, ກົນໄກຮ່ວມມືໄດ້ສ້າງຂຶ້ນບົນຫຼັກການອະທິປະໄຕສະເໝີພາບ, ເຄົາລົບສິດອຳນາດສານຂອງກັນ, ສົມທົບກັນຢ່າງແທ້ຈິງ, ມີປະສິດທິຜົນ ແລະ ໜູນຊ່ວຍເຊິ່ງກັນແລະກັນ.
  ທີພິທີເຊັນຂໍ້ຕົກລົງ (ພາບ: nhandan.vn)  

ວັນທີ 25 ມີນາ, ຢູ່ເມືອງ ຈາງເຈິງ, ນະຄອນ ຟູອາຍ, ແຂວງ ຢຸນໜານ, ປະເທດ ຈີນ, ກອງຄຸ້ມຄອງເຂດຊາຍແດນ ຟູອາຍ, ປ້ອມກວດກາຊາຍແດນເຂົ້າ - ອອກເມືອງ ມາງຄັງ (ຈີນ); ຄະນະບັນຊາການທະຫານຊາຍແດນແຂວງ ດ້ຽນບຽນ (ຫວຽດນາມ) ແລະ ຕຳຫຼວດແຂວງ ຜົ້ນສາລີ (ລາວ) ໄດ້ເລີ່ມຈັດການເຄື່ອນໄຫວ “ກົນໄກຮ່ວມມືປະຕິບັດກົດໝາຍຢູ່ເຂດ 3 ຫຼ່ຽມສີຂຽວ ແລະ ເຂດຊາຍແດນຕິດຈອດ ຈີນ - ລາວ - ຫວຽດນາມ” ຢ່າງເປັນທາງການ.

        ຕາມເນື້ອໃນຂອງຂໍ້ຕົກລົງ, ກົນໄກຮ່ວມມືໄດ້ສ້າງຂຶ້ນບົນຫຼັກການອະທິປະໄຕສະເໝີພາບ, ເຄົາລົບສິດອຳນາດສານຂອງກັນ, ສົມທົບກັນຢ່າງແທ້ຈິງ, ມີປະສິດທິຜົນ ແລະ ໜູນຊ່ວຍເຊິ່ງກັນແລະກັນ. ພິເສດ, ກົນໄກຈະຊຸກຍູ້ການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາຍແດນຢ່າງແຮງ. ໃນກໍລະນີທີ່ຈຳເປັນ, ບັນດາຝ່າຍສາມາດປຸກລະດົມບັ້ນພ້ອມກັນຈັບຕົວບັນດາອາດຊະຍາກຳ ທີ່ເຄື່ອນໄຫວໃນບໍລິເວນ 3 ປະເທດ. ພ້ອມກັນນັ້ນ, ບັນດາການເຄື່ອນໄຫວລາດຕາເວນຮ່ວມ, ເຜີຍແຜ່ກົດໝາຍ “ສອງພາສາ, ສອງຝ່າຍ” ແລະ ຝຶກອົບຮົບດ້ານວິຊາການກໍ່ຈະໄດ້ຮັບການເພີ່ມທະວີ.

່(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບບັນດາຊາວໜຸ່ມ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບບັນດາຊາວໜຸ່ມ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ: ພັກ ແລະ ລັດ ຖືບົດບາດຂອງຊາວໜຸ່ມ ຫວຽດນາມ ເປັນສຳຄັນ ແລະ ໄດ້ປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍສ້າງເງື່ອນໄຂສະດວກເພື່ອໃຫ້ຊາວໜຸ່ມໄດ້ນຳໜ້າ ປະກອບສ່ວນໃຫ້ແກ່ພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.

Top