ຕາມເນື້ອໃນຂອງຂໍ້ຕົກລົງ, ກົນໄກຮ່ວມມືໄດ້ສ້າງຂຶ້ນບົນຫຼັກການອະທິປະໄຕສະເໝີພາບ, ເຄົາລົບສິດອຳນາດສານຂອງກັນ, ສົມທົບກັນຢ່າງແທ້ຈິງ, ມີປະສິດທິຜົນ ແລະ ໜູນຊ່ວຍເຊິ່ງກັນແລະກັນ.
ທີພິທີເຊັນຂໍ້ຕົກລົງ (ພາບ: nhandan.vn)
ວັນທີ 25 ມີນາ, ຢູ່ເມືອງ ຈາງເຈິງ, ນະຄອນ ຟູອາຍ, ແຂວງ ຢຸນໜານ, ປະເທດ ຈີນ, ກອງຄຸ້ມຄອງເຂດຊາຍແດນ ຟູອາຍ, ປ້ອມກວດກາຊາຍແດນເຂົ້າ - ອອກເມືອງ ມາງຄັງ (ຈີນ); ຄະນະບັນຊາການທະຫານຊາຍແດນແຂວງ ດ້ຽນບຽນ (ຫວຽດນາມ) ແລະ ຕຳຫຼວດແຂວງ ຜົ້ນສາລີ (ລາວ) ໄດ້ເລີ່ມຈັດການເຄື່ອນໄຫວ “ກົນໄກຮ່ວມມືປະຕິບັດກົດໝາຍຢູ່ເຂດ 3 ຫຼ່ຽມສີຂຽວ ແລະ ເຂດຊາຍແດນຕິດຈອດ ຈີນ - ລາວ - ຫວຽດນາມ” ຢ່າງເປັນທາງການ.
ຕາມເນື້ອໃນຂອງຂໍ້ຕົກລົງ, ກົນໄກຮ່ວມມືໄດ້ສ້າງຂຶ້ນບົນຫຼັກການອະທິປະໄຕສະເໝີພາບ, ເຄົາລົບສິດອຳນາດສານຂອງກັນ, ສົມທົບກັນຢ່າງແທ້ຈິງ, ມີປະສິດທິຜົນ ແລະ ໜູນຊ່ວຍເຊິ່ງກັນແລະກັນ. ພິເສດ, ກົນໄກຈະຊຸກຍູ້ການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາຍແດນຢ່າງແຮງ. ໃນກໍລະນີທີ່ຈຳເປັນ, ບັນດາຝ່າຍສາມາດປຸກລະດົມບັ້ນພ້ອມກັນຈັບຕົວບັນດາອາດຊະຍາກຳ ທີ່ເຄື່ອນໄຫວໃນບໍລິເວນ 3 ປະເທດ. ພ້ອມກັນນັ້ນ, ບັນດາການເຄື່ອນໄຫວລາດຕາເວນຮ່ວມ, ເຜີຍແຜ່ກົດໝາຍ “ສອງພາສາ, ສອງຝ່າຍ” ແລະ ຝຶກອົບຮົບດ້ານວິຊາການກໍ່ຈະໄດ້ຮັບການເພີ່ມທະວີ.