• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເດີນທາງກັບເມືອຮອດ ຮ່າໂນ້ຍ ສິ້ນສຸດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ

ຕອນເຊົ້າວັນທີ 26 ມີນາ, ເຮືອບິນນຳສົ່ງທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດ ຮ່າໂນ້ຍ.
  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເດີນທາງມາຮອດ ຮ່າໂນ້ຍ. (ພາບ: Dương Giang - TTXVN)  

ໃນການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການເປັນເວລາ 3 ວັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີແຜນການເຮັດວຽກ ດ້ວຍການເຄື່ອນໄຫວເກືອບ 30 ເຫດການ. ຜ່ານບັນດາການພົບປະສົນທະນາ ກັບການນຳ ລັດເຊຍ, 2 ຝ່າຍໄດ້ເຫັນດີເປັນເອກະພາບວ່າ ຕ້ອງເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງ 2 ປະເທດ ແລະ 2 ຊາດເລິກເຊິ່ງກວ່າ.

        ສິ່ງທີ່ໜ້າສົນໃຈ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin ໄດ້ພ້ອມກັນເປັນສັກຂີພິຍານພິທີລົງນາມສັນຍາລະຫວ່າງ ລັດຖະບານແຫ່ງ ສສ.ຫວຽດນາມ ແລະ ລັດຖະບານສະຫະພັນ ລັດເຊຍ ກ່ຽວກັບການຮ່ວມມືກໍ່ສ້າງໂຮງງານໄຟຟ້ານິວເຄຼຍໃນດິນແດນຂອງ ຫວຽດນາມ. ນີ້ແມ່ນຂີດໝາຍປະຫວັດສາດ, ສ້າງຂີດໝາຍເລີ່ມເຄື່ອນໄຫວໂຄງການນິວເຄຼຍຂອງ ຫວຽດນາມ ຄືນໃໝ່.

່(ແຫຼ່ງຄັດຈາກ VOV)

ເລີ່ມເຄື່ອນໄຫວກົນໄກຮ່ວມມືປະຕິບັດກົດໝາຍເຂດຊາຍແດນ ຫວຽດນາມ - ຈີນ - ລາວ

ເລີ່ມເຄື່ອນໄຫວກົນໄກຮ່ວມມືປະຕິບັດກົດໝາຍເຂດຊາຍແດນ ຫວຽດນາມ - ຈີນ - ລາວ

ຕາມເນື້ອໃນຂອງຂໍ້ຕົກລົງ, ກົນໄກຮ່ວມມືໄດ້ສ້າງຂຶ້ນບົນຫຼັກການອະທິປະໄຕສະເໝີພາບ, ເຄົາລົບສິດອຳນາດສານຂອງກັນ, ສົມທົບກັນຢ່າງແທ້ຈິງ, ມີປະສິດທິຜົນ ແລະ ໜູນຊ່ວຍເຊິ່ງກັນແລະກັນ.

Top