ໜຶ່ງໃນບັນດາເນື້ອໃນສຳຄັນທີ່ ທ່ານ ໂຕເລິມ, ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຕື້ອງເຖິງ ເມື່ອກ່າວຄຳປາໄສອັດກອງປະຊຸມສູນກາງ ທີ່ຈັດຂຶ້ນໃນວັນທີ 25 ມີນາ ແມ່ນເປົ້າໝາຍການເຕີບໂຕເສດຖະກິດ “ສອງຕົວເລກ”. ທ່ານເລຂາທິການໃຫ່ຍໄດ້ຍົກອອກສີ່ຫຼັກການແກ່ນສານເພື່ອຄວບຄຸມວິທີເດີນຕາມເປົ້າໝາຍດັ່ງກ່າວ. ນັ້ນແມ່ນການເຕີບໂຕຕ້ອງມີຄວາມແທ້ຈິງ; ຕ້ອງຮັກສາເສດຖະກິດມະຫາພາກເປັນປົກກະຕິ; ຕ້ອງນຳໃຊ້ແຫຼ່ງກຳລັງຢ່າງມີປະສິດທິຜົນ ແລະ ຕ້ອງມຸ່ງໄປເຖິງການຍົກສູງຊີວິດຂອງ ປຊຊ, ຮັບປະກັນຄວາມຍຸດຕິທຳໃນສັງຄົມ.
ວາລະອັດກອງປະຊຸມສູນກາງ ວັນທີ 25 ມີນາ (ພາບ: VOV)
ຕາມທ່ານເລຂາທິການໃຫ່ຍ, ເປົ້າໝາຍການເຕີບໂຕເສດຖະກິດ “ສອງຕົວເລກ” ແມ່ນຄຳຮຽກຮ້ອງພາວະວິໄສຈາກຄວາມຮຽກຮ້ອງພັດທະນາປະເທດຊາດໃນໄລຍະໃໝ່ ແລະ ຄວາມຄາດຫວັງບຸກບືນຂອງທົ່ວທັງຊາດ. ຫວຽດນາມ ບໍ່ຍອມຮັບການເຕີບໂຕຕ່ຳ. ຕ້ອງເດັດດ່ຽວປະຕິບັດເປົ້າໝາຍການເຕີບໂຕເສດຖະກິດສູງ, ຍືນຍົງ ແລະ ແທ້ຈິງ.
ທ່ານເລຂາທິການໃຫ່ຍ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)
ສີ່ຫຼັການແກ່ນສານ
ຫຼັກການທຳອິດທີ່ ທ່ານເລຂາທິການໃຫ່ຍ ໂຕເລິມ ໄດ້ເຕື້ອງເຖິງແມ່ນການເຕີບໂຕຢ່າງແທ້ຈິງ. ໝາຍຄວາມວ່າ ບໍ່ແລກຄຸນນະພາບ, ລັກສະນະຍືນຍົງເພື່ອເອົາຄວາມຄືບໜ້າເຕີບໂຕເທົ່ານັ້ນ. ຄວາມຄືບໜ້າການເຕີບໂຕເສດຖະກິດຕ້ອງໄປຄຽງຄູ່ກັບຄຸນນະພາບການເຕີບໂຕໂດຍອີງຕາມການເພີ່ມສະມັດຕະພາບບັນດາປັດໄຈສັງລວມ, ຍົກສູງຄຸນນະພາບຜະລິດຕະພັນ, ລະດັບການແກ້ງແຍ້ງຂອງຊາດ ແລະ ມູນຄ່າເພີ່ມທີ່ແທ້ຈິງ. ທ່ານເລຂາທິການໃຫ່ຍ ໂຕເລິມ ເນັ້ນໜັກວ່າ:
ແຕ່ລະສ່ວນຮ້ອຍການເຕີບໂຕ GDP ຕ້ອງບັນຈຸປະລິມານພູມປັນຍາ ແລະ ມູນຄ່າເພີ່ມສູງກວ່າ. ຮັບປະກັນໃຫ້ການເຕີບໂຕໃນມື້ນີ້ ບໍ່ກໍ່ຜົນເສຍຫາຍຕໍ່ພື້ນຖານການພັດທະນາຂອງມື້ໜ້າ, ບໍ່ເຮັດໃຫ້ແຫຼ່ງກຳລັງສຳລັບລຸ້ນອະນາຄົດຂອງປະເທດຊາດຫຼຸດຜ່ອນລົງ. ເດັດດ່ຽວປັດເຂ່ຍຈິນຕະນາການແລ່ນຕາມຜົນງານ. ຖ້າມີແຕ່ແລ່ນຕາມລະດັບຄວາມໄວ ແຕ່ຖືເບົາຄຸນນະພາບ, ການເຕີບໂຕຈະບໍ່ມີຄວາມຍືນຍົງ ແລະ ຕ້ອງຈ່າຍໃນລາຄາທີ່ແພງທີ່ສຸດ.
ເພື່ອບັນລຸໄດ້ເປົ້າໝາຍການເຕີບໂຕເສດຖະກິດ “ສອງຕົວເລກ”, ຫວຽດນາມ ກໍ່ຈະໝູນໃຊ້ທຸກແຫຼ່ງກຳລັງທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ສຸມໃສ່ບຸລິມະສິດໃຫ້ແກ່ບັນດາໂຄງການຈຸດສຸມ ແລະ ຊຸກຍູ້ການຮ່ວມມືລະຫວ່າງພາກລັດ-ພາກເອກະຊົນ, ເພື່ອເພີ່ມປະສິດທິຜົນການລົງທຶນ ແລະ ຍົກສູງກຳລັງແກ້ງແຍ້ງຂອງຊາດ. ການເຕີບໂຕເສດຖະກິດສູງຕ້ອງຮັບປະກັນການຮັບໃຊ້ຜົນປະໂຫຍດ, ຍົກສູງຊີວິດດ້ານວັດຖຸ, ຈິດໃຈຂອງ ປຊຊ ແລະ ຄວາມຍຸດຕິທຳໃນສັງຄົມ. ທ່ານເລຂາທິການໃຫ່ຍ ໂຕເລິມ ຊີ້ແຈ້ງວ່າ:
ທຸກນະໂຍບາຍ, ໂຄງການ ແລະ ແຫຼ່ງກຳລັງລົງທຶນລ້ວນແຕ່ຕ້ອງມຸ່ງໄປເຖິງການສ້າງຄຸນຄ່າທີ່ແທ້ຈິງໃຫ້ແກ່ ປຊຊ, ຍົກສູງລາຍຮັບ, ປະກອບສ່ວນຫລຸດຜ່ອນຄວາມທຸກຍາກ, ຮັດແຄບຊ່ອງວ່າງການພັດທະນາ, ຍົກສູງສະຫວັດດີການສັງຄົມ ແລະ ຮັບປະກັນສິດ, ຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍຂອງ ປຊຊ ທຸກຊັ້ນຄົນ. ຮັບປະກັນໝາກຜົນການເຕີບໂຕເສດຖະກິດ ຕ້ອງໄດ້ແບ່ງປັນຢ່າງມີຄວາມຍຸດຕິທຳ, ສ້າງພື້ນຖານອັນໝັ້ນຄົງໜັກແໜ້ນໃຫ້ແກ່ຄວາມເຫັນດີເຫັນພ້ອມໃນສັງຄົມ ແລະ ການພັດທະນາແບບຍືນຍົງ.
ລະບົບມາດຕະຖານກຳນົດທິດໃຫ້ທັງວິວັດການພັດທະນາ
ຕາມບັນດານັບຊ່ຽວຊານ, ສີ່ຫຼັກການທີ່ ທ່ານເລຂາທິການໃຫ່ຍ ໂຕເລິມ ຍົກອອກມາ ບໍ່ພຽງແຕ່ແມ່ນບັນດາຄຳຮຽກຮ້ອງການບໍລິຫານເສດຖະກິດໃນສະເພາະໜ້າເທົ່ານັ້ນ, ຫາກຍັງແມ່ນລະບົບມາດຕະຖານກຳນົດທິດໃຫ້ທັງວິວັດການພັດທະນາໃນໄລຍະໃໝ່ອີກດ້ວຍ.
ຈຸດພິເສດຂອງສີ່ຫຼັກການນີ້ ແມ່ນໄດ້ສັງລວມ logic ຂອງການເຕີບໂຕທັນສະໄໝຢ່າງຄົບຖ້ວນ. ການເຕີບໂຕຕ້ອງມີຄວາມເປັນໄປຢ່າງແທ້ຈິງເພື່ອໃຫ້ພຶ້ນຖານເສດຖະກິດໄດ້ “ໃຫຍ່ຂຶ້ນ” ແລະ “ແຂງແຮງຂຶ້ນຕື່ມ”. ເສດຖະກິດມະຫາພາກທີ່ເປັນປົກກະຕິຕ້ອງໄດ້ຮັກສາໄວ້ຢ່າງໝັ້ນຄົງ ເພື່ອສ້າງພື້ນຖານໃຫ້ແກ່ຄວາມໄວ້ເນື້ອເຊື່ອໃຈຕະຫຼາດ ແລະ ມີຄວາມສາມາດຕ້ານທານ. ແຫຼ່ງກຳລັງຕ້ອງໄດ້ຈັດແບ່ງຢ່າງມີປະສິດທິຜົນເພື່ອສ້າງບັນດາບຸກທະລຸທີ່ມີລັກສະນະແຜ່ກະຈາຍ. ສຸດທ້າຍ, ທັງໝາກຜົນການພັດທະນາຕ້ອງມຸ່ງໄປເຖິງການຍົກສູງຊີວິດຂອງ ປຊຊ, ປັບປຸງຄວາມຍຸດຕິທຳໃນສັງຄົມ. ວິທີເຂົ້າເຖິງນີ້ໄດ້ຈັດວາງບັນດາເປົ້າໝາຍໃນການພົວພັນຊ່ວຍເຫຼືອ, ກວດກາຊື່ງກັນ ແລະ ກັນ.
ສີ່ຫຼັກການທີ່ ທ່ານເລຂາທິການໃຫ່ຍໄດ້ຍົກອອກມາ ເພື່ອບັນລຸໄດ້ ເປົ້າໝາຍການເຕີບໂຕເສດຖະກິດ “ສອງຕົວເລກ” ບໍ່ພຽງແຕ່ແມ່ນເຂັມຊິ້ທິດກ່ຽວກັບຈິນຕະນາການເທົ່ານັ້ນ, ຫາກຍັງແມ່ນຄຳໝັ້ນໝາຍວ່າຕ້ອງຢຶດໝັ້ນກັບບັນດາເປົ້າໝາຍໃນໄລຍະຍາວໄກຂອງຊາດອີກດ້ວຍ. ແລະ ເໜືອກ່ວາສິ່ງໃດໝົດ, ນັ້ນແມ່ນຄຳຢັ້ງຢືນຢ່າງແຮງວ່າ: ທຸກຄວາມມານະພະຍາຍາມພັດທະນາສຸດທ້າຍ ກໍ່ລ້ວນແຕ່ໄດ້ເຕົ້າໂຮມເຂົ້າໃນຄວາມຜາສຸກຂອງ ປຊຊ./.