• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄຫມສາມັນເທື່ອທີ4ສະພາແຫ່ງຊາດຫວຽດນາມຊຸດທີ14ປະສົບຜົນສຳເລັດໃນຫລາຍດ້ານ

      ກອງປະຊຸມສະໄຫມສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໄດ້ອັດລົງໃນຕອນບ່າຍວັນທີ 24 ພະຈິກ. 

ອັດ ກອງປະຊຸມສະໄຫມສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 14
ພາບ:tapchitaichinh
      ຜູ້ມີສິດເລືອກຕັ້ງ ແລະ ສະມາຊິກສະພາແຫ່ງຊາດຫລາຍທ່ານ ຖືວ່າ ກອງປະຊຸມຄັ້ງນີ້ໄດ້ປະສົບຜົນສຳເລັດໃນຫລາຍດ້ານ, ພິເສດແມ່ນລັກສະນະປະຊາທິປະໄຕທີ່ກອງປະຊຸມນັບມື້ນັບໄດ້ຮັບການເສີມຂະຫຍາຍ, ສ້າງເງື່ອນໄຂໃຫ້ປະຊາຊົນເຂົ້າຮ່ວມການຕິດຕາມກວດກາ. ທີ່ກອງປະຊຸມເທື່ອນີ້ ສະມາຊິກສະພາແຫ່ງຊາດຫລາຍທ່ານໄດ້ຕີລາຄາສູງຕໍ່ເລື່ອງເພີ່ມລາຍການອອກອາກາດສົດວາລະປະຊຸມ ທາງວິທະຍຸໂທລະພາບ ຂຶ້ນເຖິງ 11 ຄັ້ງ.
ສ່ວນຜູ້ມີສິດເລືອກຕັ້ງຕີລາຄາວ່າ: ກອງປະຊຸມເທື່ອນີ້ ມີຫລາຍຈຸດໃຫມ່ ແລະ ຮັບຮອງເອົາລັດຖະນະໂຍບາຍຫລາຍຢ່າງ. ທ່ານ ເລດັງຢວານ, ອະດີດຫົວຫນ້າສະຖາບັນຄຸ້ມຄອງເສດຖະກິດສູນກາງຖືວ່າ:
        ຂ້າພະເຈົ້າຊົມເຊີຍເລື່ອງສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບແຜນການພັດທະນາເສດຖະກິດສັງຄົມປີ 2018, ໃນນັ້ນ ການເຕີບໂຕເສດຖະກິດ GDP ຢູ່ໃນລະດັບແຕ່ 6,5 – 6,7%. ບັນດາເນື້ອໃນອື່ນກໍ່ມີຄວາມກ້າວຫນ້າຄື: ກົດໝາຍວ່າດ້ວຍການວາງແຜນກຳນົດ, ກົດໝາຍວ່າດ້ວຍການຄຸ້ມຄອງຫນີ້ສາທາລະນະ ໄດ້ກຳນົດຜູ້ຮັບຜິດຊອບ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top