• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມລັດຖະມົນຕີ ອາຊຽນ (AMM) ຄັ້ງທີ 51 ໄຂຂຶ້ນຢູ່ສິງກະໂປ ຢ່າງເປັນທາງການ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ກ່າວຄຳເຫັນທີ່ພິທີໄຂ 

ຕອນເຊົ້າວັນທີ 2 ສິງຫາ, ກອງປະຊຸມລັດຖະມົນຕີ ອາຊຽນ (AMM) ຄັ້ງທີ 51 ໄຂຂຶ້ນຢູ່ ສິງກະໂປ ຢ່າງເປັນທາງການ ດ້ວຍການເຂົ້າຮ່ວມຂອງ ລັດຖະມົນຕີ 10 ປະເທດສະມາຊິກ ອາຊຽນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ກ່າວຄຳເຫັນທີ່ວາລະໄຂຂອງກອງປະຊຸມລັດຖະມົນຕີ AMM 51, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ໄດ້ເຊີດຊູບັນດາຄຸນຄ່າຂອງ ອາຊຽນ, ຖືຄຸນຄ່າອັນໃຫຍ່ຫຼວງຂອງ ອາຊຽນ ໃນປະຈຸບັນ ແມ່ນໄດ້ສ້າງຄວາມສາມັກຄີເຫັນດີເປັນເອກະພາບສູງໃນຫຼາຍບັນຫາສຳຄັນຂອງ ອາຊຽນ. ບັນດາຄຸນຄ່ານັ້ນຈະຊ່ວຍໃຫ້ ອາຊຽນ ປະຕິບັດສຳເລັດບັນດາເປົ້າໝາຍມີລັກສະນະໄລຍະຍາວ, ກ່ອນອື່ນໝົດແມ່ນຮອດປີ 2025. ທ່ານນາຍົກລັດຖະມົນຕີ ຫລີຊຽນຫຼົງ ກໍ່ຮຽກຮ້ອງບັນດາປະເທດ ອາຊຽນ ແລະ ບັນດາຄູ່ເຈລະຈາມີກອງປະຊຸມເປີດເຜີຍ, ແບ່ງປັນບັນດາບັນຫາເຊິ່ງແມ່ນຄວາມສົນໃຈລວມ ແລະ ບຸລິມະສິດແມ່ນສ້າງພາກພື້ນ ອາຊຽນ ສັນຕິພາບ, ສະຖຽນລະພາບ ແລະ ວັດທະນະທາຖາວອນ ປະກອບສ່ວນຊຸກຍູ້ລວມເຂົ້າວິວັດການພັດທະນາຂອງທົ່ວໂລກ.

        ພາຍຫຼັງວາລະໄຂ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ມີວາລະປະຊຸມລັບ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາຂອງພາກພື້ນ ແລະ ທົ່ວໂລກ. ນັ້ນແມ່ນການກຳນົດທິດມາດຕະການສຳລັບການສ້າງປະຊາຄົມ ອາຊຽນ, ຜັນຂະຫຍາຍແຜນການສັງລວມຂອງ ອາຊຽນ ເພື່ອຮັບມືກັບບັນດາສິ່ງທ້າທາຍພວມເກີດຂຶ້ນ.

ບັນດາລັດຖະມົນຕີກໍ່ປຶກສາຫາລືກ່ຽວກັບບົດບາດເປັນເຈົ້າການຂອງ ອາຊຽນ ໃນການຮັບປະກັນສະພາບແວດລ້ອມສັນຕິພາບຂອງພາກພື້ນ; ຄວາມໝັ້ນຄົງ ແລະ ສະຖຽນລະພາບ, ເສີມຂະຫຍາຍບັນດາເຄື່ອງມື, ເວທີປາໄສການເມືອງ, ຄວາມໝັ້ນຄົງຢູ່ພາກພື້ນກ່ວາອີກ.

(ແຫຼ່ງຄັດຈາກ VOV)


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຮັດ​ວຽກ​ຢູ່​ແຂວງ ຮ່າ​ຢາງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຮັດ​ວຽກ​ຢູ່​ແຂວງ ຮ່າ​ຢາງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ແຂວງ ຮ່າຢາງ ຮັບປະກັນຄວາມສົມດຸນ, ການສະໜິດຕິດພັນລະຫວ່າງການພັດທະນາເສດຖະກິດ - ວັດທະນະທຳ - ສັງຄົມ.

Top