• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຜັນຂະຫຍາຍວຽກງານຂະແໜງອຸດສາຫະກຳ ແລະ ການຄ້າ ປີ 2018

      ໃນຕອນເຊົ້າວັນທີ 15 ມັງກອນ, ຢູ່ ຮ່າໂຮ້ຍ, ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມສະຫລຸບວຽກງານປີ 2017 ແລະ ຜັນຂະຫຍາຍໜ້າທີ່ປີ 2018ຂອງ ກະຊວງອຸດສາຫະກຳ ແລະ ການຄ້າ.

ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ (ພາບ: VGP)
      ໃນປີ 2017 ຂະແໜງອຸດສາຫະກຳ ແລະ ການຄ້າ ບັນລຸໄດ້ບັນດາຜົນງານຢ່າງຕັ້ງໜ້າ ແລະ ຮອບດ້ານໃນວຽກງານຕ່າງໆ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນງານທີ່ບັນລຸໄດ້ໃນຂົງເຂດເສດຖະກິດ - ສັງຄົມລວມຂອງທົ່ວປະເທດໃນປີ 2017. ພົ້ນເດັ່ນແມ່ນດັດຊະນີຜະລິດອຸດສາຫະກຳທົ່ວຂະແໜງເພີ່ມຂຶ້ນ 9.4%, ໃນນັ້ນ, ຂະແໜງອຸດສາຫະກຳປຸງແຕ່ງ, ປະດິດສ້າງສືບຕໍ່ຮັບຮູ້ການເຕີບໂຕສູງ, ເປັນກຳລັງໜູນຕົ້ນຕໍໃຫ້ແກ່ການເຕີບໂຕລວມຂອງທົ່ວຂະແໜງອຸດສາຫະກຳໃນປີ 2017. ນີ້ແມ່ນເທື່ອທຳອິດທີ່ການສົ່ງອອກຂອງ ຫວຽດນາມ ໄດ້ລື່ນກາຍຄາດໝາຍແມ່ນ 200 ຕື້ USD, ດ້ວຍລະດັບເຕີບໂຕຫຼາຍກວ່າ 21%. ວຽກງານຄົ້ນຫາກາລະໂອກາດຈາກຄຳໝັ້ນສັນຍາເຊື່ອມໂຍງໄດ້ຮັບກັນປະຕິບັດຢ່າງມີປະສິດທິຜົນກວ່າເມື່ອທຽບໃສ່ຫຼາຍປີກ່ອນ. ໃນທຸກຕະຫຼາດເຊິ່ງ ຫວຽດນາມ ໄດ້ລົງນາມໃນສັນຍາການຄ້າເສລີ FTA ລ້ວນແຕ່ບັນລຸລະດັບເຕີບໂຕທີ່ໂດດເດັ່ນນີ້…
        ເພື່ອສູ້ຊົນເຮັດສຳເລັດ ແລະ ລື່ນກາຍບັນດາຕົວເລກຄາດໝາຍແຜນການໃນປີ 2018, ກະຊວງອຸດສາຫະກຳ ແລະ ການຄ້າກຳນົດສຸມໃສ່ເຂົ້າບັນດາກຸ່ມໜ້າທີ່ຈຸດສຸມຄື: ຈັດຕັ້ງຜັນຂະຫຍາຍຍຸດທະສາດພັດທະນາການຄ້າພາຍໃນປະເທດໄລຍະເຖິງປີ 2025 ຢ່າງມີປະສິດທິຜົນ ແລະ ກຳນົດທິດທາງເຖິງປີ 2035; ສືບຕໍ່ຍູ້ໄວວິວັດທະນາການຫັນເປັນຫຸ້ນສ່ວນ, ຖອນທຶນຂອງລັດ ແລະ ສ້າງໂຄງປະກອບບັນດາລັດວິສາຫະກິດທີ່ຂຶ້ນກັບຂະແໜງອຸດສາຫະກຳ ແລະ ການຄ້າຄືນໃໝ່.
 (ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ພັກ​ຢູ່ Bangladesh ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ Bangladesh - ຫວຽດ​ນາມ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ພັກ​ຢູ່ Bangladesh; ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ Bangladesh - ຫວຽດ​ນາມ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະແດງຄວາມຫວັງຈະພ້ອມກັບ Bangladesh ປັບປຸງ, ເພີ່ມທະວີການພົວພັນມິດຕະພາບ ແລະ ຍູ້ແຮງການຮ່ວມມືໃນທຸກຂົງເຂດ, ໃນນັ້ນມີບັນດາຊ່ອງທາງພັກ ແລະ ພົບປະແລກປ່ຽນປະຊາຊົນ.

Top