• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມປະຈຳການລັດຖະບານເຮັດວຽກກັບບັນດາວິສາຫະກິດພາກເອກະຊົນໃຫຍ່

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືບາງບັນຫາພື້ນຖານ, ໃນນັ້ນໄດ້ປຶກສາຫາລືເພື່ອໃຫ້ຂໍ້ສັງເກດ, ຕີລາຄາລະອຽດກ່ຽວກັບທີ່ຕັ້ງ, ບົດບາດຂອງວິສາຫະກິດພາກເອກະຊົນໃຫຍ່.
ທີ່ກອງປະຊຸມ (ພາບ: VGP)

ຕອນເຊົ້າວັນທີ 21 ກັນຍາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມ “ຜູ້ປະຈຳການລັດຖະບານເຮັດວຽກກັບບັນດາວິສາຫະກິດພາກເອກະຊົນໃຫຍ່ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ເສີມຂະຫຍາຍບົດບາດນຳໜ້າ, ເປັນເຈົ້າການເຂົ້າຮ່ວມການລົງທຶນບັນດາໂຄງການໃຫຍ່, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມ”.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຊີ້ແຈ້ງວ່າ:

        “ຂ້າພະເຈົ້າປາດຖະໜາວ່າ, ບັນດານັກທຸລະກິດເສີມຂະຫຍາຍນ້ຳໃຈຮັກຊາດ, ຮັກແພງປະຊາຊົນ. ນີ້ແມ່ນມູນເຊື້ອ, ແມ່ນມໍລະດົກວັດທະນະທຳຂອງພວກເຮົາ, ເປັນບ່ອນອີງຂອງ ຫວຽດນາມ - ນັ້ນແມ່ນຊົນຊາດ, ນ້ຳໃຈປະຊາຊົນຮ່ວມຊາດ, ອຸມຊູຊ່ວຍເຫຼືອຊຶ່ງກັນແລະກັນ ເພື່ອໜູນຊ່ວຍກັນພ້ອມກັນພັດທະນາ. ວິສາຫະກິດ, ນັກທຸລະກິດເສີມຂະຫຍາຍບົດບາດປະຫວັດສາດຂອງຕົນເພື່ອປະກອບສ່ວນໃຫ້ແກ່ປະເທດຊາດ, ສ້າງບາດກ້າວບຸກທະລຸ, ໂດຍສະເພາະແມ່ນໃນໄລຍະປະຈຸບັນ ພາຍຫຼັງຊຸມເດືອນປີຕ້ານພະຍາດໂຄວິດ - 19 ແລະ ໃນໄລຍະເກີດພາຍຸ Yagi ຜ່ານມາ. ມີພຽງ 1 ປີ, ພວກເຮົາຈະກ້າວເຂົ້າສູ່ສັງກະລາດໃໝ່ ແມ່ນສັງກະລາດ 100 ປີແຫ່ງການນຳພາຂອງພັກໃນປີ 2030, ປະເທດຕ້ອງສ້າງຜົນງານເພື່ອຂ່ຳນັບຊົມເຊີຍ”.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືບາງບັນຫາພື້ນຖານ, ໃນນັ້ນໄດ້ປຶກສາຫາລືເພື່ອໃຫ້ຂໍ້ສັງເກດ, ຕີລາຄາລະອຽດກ່ຽວກັບທີ່ຕັ້ງ, ບົດບາດຂອງວິສາຫະກິດພາກເອກະຊົນໃຫຍ່. ເສດຖະກິດພາກເອກະຊົນພວມຮັກສາບົດບາດສຳຄັນໃນພື້ນຖານເສດຖະກິດ, ປະກອບເກືອບ 45% GDP ຂອງທົ່ວປະເທດ, ກວ່າ 40% ຈຳນວນເງິນລົງທຶນປະຕິບັດຕາມຮູບແບບຫັນເປັນສັງຄົມ, ສ້າງວຽກເຮັດງານທຳໃຫ້ແກ່ 85% ຈຳນວນຜູ້ອອກແຮງງານໃນທົ່ວປະເທດ; ກວມເອົາ 35% ຍອດວົງເງິນນຳເຂົ້າ ແລະ 25% ຍອດວົງເງິນສົ່ງອອກ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top