• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງAPECຄັ້ງທີ່ໜຶ່ງແລະບັນດາກອງປະຊຸມທີ່ກ່ຽວຂ້ອງຈັດຕັ້ງຢູ່ຍາຈາງ

ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບູ່ຍ​ແທງ​ເຊ​ີນ
      ກອງ​ປະ​ຊຸມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ເວ​ທີ​ປາ​ໄສ​ການຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ຄັ້ງ​ທີ 1 (SOM 1) ແລະ ບັນ​ດາກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​​ນະ​ຄອນຍາ​ຈາງ, ແຂວງ​ແຄ໋ງ​ຮ່​ວາ, ແຕ່​ວັນ​ທີ 18/2 ຫາ​ວັນ​ທີ 3/3/2017. ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ, ຄາດ​ວ່າ​ມີ​ຜູ້​ແທນ​ປະ​ມານ 1.500 ທ່ານ​ທີ່​ມາ​ຈາກ 21 ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ, ຜູ້​ຕາງ​ໜ້າ​ສະ​ພາ​ຮ່ວມ​ມື​ເສດ​ຖະ​ກິດ ປາ​ຊີ​ຟິກ, ສະ​ພາ​ທີ່​ປຶ​ກ​ສາ​ວິ​ສາ​ຫະ​ກິດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດອາ​ຊີ - ປາ​ຊີ​ຟິກ ແລະ ບາງ​ອົງ​ການ​ສາ​ກົນ ແລະ​ ພາກ​ພື້ນ​ອື່ນໆ​, ພ້ອມ​ກັບ​ຜູ້​ຕາງ​ໜ້າ​ບາງວິ​ສາ​ຫະ​ກິດ. ນີ້​ແມ່ນກອງ​ປະ​ຊຸມ​ສັງ​ລວມ​ທຳ​ອິດ​ຂອງ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກ​ິດ ອາ​ຊີ - ປາ​ຊີ​ຟິກ ໃນ​ປີ 2017. ດ້ວຍ​ຫົວ​ຂໍ້​ວ່າ “ສ້າງ​ກຳ​ລັງ​ໜູນ​ໃໝ່, ພ້ອມ​ກັນ​ເພີ່ມ​ພູນ​ຄູນ​ສ້າງ​ອະ​ນາ​ຄົດ​ຮ່ວມ”, ທີ່ກອ​ງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ ຈະ​ໄດ້​ແລກ​ປ່ຽນ, ເປັນ​ເອ​ກະ​ສັນ​ກັນ​ບັນ​ດາ​ບຸ​ລິ​ມະ​ສິດ​ ແລະ ​ເນື້ອ​ໃນບັນ​ດາ​ບຸ​ລິ​ມະ​ສິດ​ຂອງ​ການ​ຮ່ວມ​ມື ເວ​ທີ​ປ​າ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກ​ິດ ອາ​ຊີ - ປາ​ຊີ​ຟິກ​ໃນ​ປີ 2017 ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ, ​ກວມ​ລວມ ແລະ ປະ​ດິດ​ຄິດ​ສ້າງ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ, ນ້ອຍ ແລະ ນ້ອຍຫຼາຍ​ໃນ​ສັງ​ກະ​ລາດ​ດີ​ຈີ​ຕອ​ນ, ເພີ່ມ​ທະ​ວີ​ຄ້ຳ​ປະ​ກັນ​ສະ​ບຽງ​ອາ​ຫານ ແລະ ກະ​ສິ​ກຳ​ແບບ​ຍືນ​ຍົງ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.  ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບູ່ຍ​ແທງ​ເຊ​ີນ, ປະ​ທານກອງ​ປະ​ຊຸມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ - ປາ​ຊີ​ຟິກ ປີ 2017 ຈະ​ເປັນ​ປະ​ທານກອງ​ປະ​ຊຸມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້​ນ​ສູງ ເວ​ທີ​ປ​າ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກ​ິດ ອາ​ຊີ - ປາ​ຊີ​ຟິກ (APEC) ຄັ້ງ​ທີ 1 (SOM 1) ແລະ ກອງ​ປະ​ຊຸມ​ກຸ່ມ​ບັນ​ດາ​ເພື່ອນ​ມິດ​ຂອງ​ປະ​ທານ​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top