• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມທົ່ວປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ

      ຕອນເຊົ້າວັນທີ 25 ມິຖຸນາ, ທີ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມທົ່ວປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ.

ກອງປະຊຸມທົ່ວປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ (ພາບ: TTXVN)
      ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງເປັນປະທານກອງປະຊຸມ.
        ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ: ກອງປະຊຸມທົ່ວປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງຄັ້ງນີ້ ມີຄວາມໝາຍສຳຄັນຍິ່ງ, ບໍ່ພຽງແຕ່ສຳຫລວດກວດຄືນບັນດາໜ້າທີ່ພາຍຫລັງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ປຶກສາຫາລືທິດທາງ, ໜ້າທີ່ໃນໄລຍະຈະມາເຖິງເທົ່ານັ້ນ, ກອງປະຊຸມຍັງທົບທວນຄືນ 5 ປີແຫ່ງວັນສ້າງຕັ້ງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງອີກດ້ວຍ. ທ່ານເລຊາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ:
        “ຍ້ອນມີຄວາມໝາຍສຳຄັນ, ສະນັ້ນ ບັນດາສະມາຊິກໃນກົມການເມືອງ, ຄະນະເລຂາສູນກາງພັກລ້ວນແຕ່ມີໜ້າທັງໝົດ. ຫາງສຽງມີຄວາມສົນໃຈເຖິງກອງປະຊຸມຈະສະຫລຸບຫຍັງແດ່? ອາດຈະສືບຕໍ່ປະຕິບັດບໍ? ຫຼື ເຮັດໃຫ້ຫາງສຽງເສຍຫວັງ? ພວກເຮົາຮັບຟັງບົດລາຍງານຮ່ວມກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງໃນໄລຍະຜ່ານມາ, ພິເສດ ແມ່ນພາຍຫລັງກອງປະຊຸມໃຫຍ່ຄັ້ງທີ 12, ຫລັງຈາກນັ້ນຈະປຶກສາຫາລື. ບັນດາກະຊວງ, ຂະແໜງການເກືອບທັງໝົດລ້ວນແຕ່ກະກຽມ, ປຶກສາຫາລືເພື່ອສະຫລຸບລວມ ເພື່ອເຫັນດີເປັນເອກະພາບວິທີກະທຳຢ່າງມີປະສິດທີຜົນ. ຜົນສຳເລັດຕ້ອງນຳມາເຊິ່ງການຫັນປ່ຽນໃໝ່ໃນຊີວິດການເປັນຢູ່. ກອງປະຊຸມຕ້ອງມີຄວາມໝາຍປະໂຫຍດ, ແທດຈິງ, ຖ້າຫາກເຮັດແບບລວມໆຄືເມື່ອກ່ອນ ມັນຈະບໍ່ປະສົບຜົນສຳເລັດ.
    ກ່ຽວກັບທິດທາງໜ້າທີ່, ວິທີການແກ້ໄຂໃນໄລຍະທີ່ຈະມາເຖິງ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກວ່າ :
   “ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງແມ່ນວຽກງານທີ່ສຳຄັນຍິ່ງ, ຕ້ອງປະຕິບັດຢ່າງເປັນປະຈຳ, ເດັດດ່ຽວ, ມີຄວາມອົດທົນໝັ້ນໜຽວ. ພະນັກງານສະມາຊິກພັກທຸກຄົ້ນ, ກ່ອນອື່ນໝົດ ແມ່ນຜູ້ເປັນຫົວໜ້າຕ້ອງເປັນແບບຢ່າງ, ມີສະຕິຕື່ນຕົວ, ເປັນເອກະພາບຢ່າງສູງທາງດ້ານເຈດຈຳນົງ ແລະ ການກະທຳໃນການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ. ພ້ອມກັນນັ້ນ, ຕ້ອງແກ້ໄຂ, ປັບໄໝລົງໂທດຕໍ່ບັນດາການກະທຳຜິດ, ພວກເຮົາຕ້ອງມີກົນໄກປົກປ້ອງ ແລະ ສົ່ງເສີມບັນດາ ພະນັກງານສະມາຊິກພັກ, ຜູ້ເປັນຫົວໜ້າທີ່ກ້າຄິດ ກ້າທຳ, ກ້າຮັບຜິດຊອບ ແລະ ນຳໜ້າໃນການປ່ຽນແປງໃໝ່ເພື່ອການພັດທະນາຂອງປະເທດຊາດ
    ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຍັງສະເໜີເດັດດ່ຽວຕໍ່ສູ້ກັບບັນດາທັດສະນະຜິດພາດ, ປະຕິເສດຖ້ອຍທຳນອງທີ່ເສັກສັ້ນປັ້ນແຕ່ງ ບິດເບືອນຄວາມຈິງຂອງບັນດາອິດທິກຳລັງທີ່ເປັນປໍລະປັກ, ກຸ່ມຄົນທີ່ບໍ່ດີສວຍໃຊ້ການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ ຫວັງມ້າງເມທຳລາຍ, ກໍ່ຄວາມແບ່ງແຍກພາຍໃນພັກ, ໃສ່ຮ້າຍປ້າຍສີພັກ, ລັດ ແລະ ລະບອບ. ພ້ອມທັງສືບຕໍ່ໂຄສະນາ, ຍົກສູງຄວາມຮັບຮູ້, ສ້າງຄວາມ ເປັນເອກະພາບຢ່າງສູງທາງດ້ານເຈດຈຳນົງ ແລະ ການກະທຳໃນການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ
 (ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ພົບ​ປະ​ກັບ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໄທ

ທ່ານ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ພົບ​ປະ​ກັບ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໄທ

ສອງປະເທດພວມມານະພະຍາຍາມມຸ່ງໄປເຖິງການນຳວົງເງິນການຄ້າບັນລຸລະດັບ 25 ຕື້ USD ຕາມທິດຸ່ນດ່ຽງກ່ວາ. ນີ້ແມ່ນໜ້າທີ່ຂອງສະຖານທູດ, ພິເສດແມ່ນຂອງພະນັກງານການຄ້າ.

Top