• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມທາບທາມຄຳເຫັນດ້ານການເມືອງຫວຽດນາມ-ໄທຄັ້ງທີ6

ກອງ​ປະ​ຊຸມ​ທາບ​ທ່າມ​ຄຳ​ເຫັນ​ດ້ານ​ການ​ເມືອງ 
ຄັ້ງ​ທີ 6 ຫວຽດ​ນາມ -ໄທ
ພາບ:baonhandan
          ໂດຍ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສອງ​ປະ​ເທດ, ທ່ານ​ດັ້ງ​ດີງ​ກູຍ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ດຳ​ເນີນ​ການ​ທາບ​ທ່າມ​ຄຳ​ເຫັນ​ດ້ານ​ການ​ເມືອງ ຄັ້ງ​ທີ 6 ກັບ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ໄທໃນ​ວັນ​ທີ 15/2 ຢູ່ ໄທ. ເນື່ອງ​ໃນ​ໂອ​ກາດນີ້, ທ່າ​ນ​ຮອງ​ລັດ​ຖະ​ມົນ​ຕີ ດັ້ງ​ດີງ​ກູຍ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ ດອນ ປາ​ມຸດ​ວິ​ໄນ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໄທ ຕາ​ມ​ພິ​ທີ​ການ​ທູດ ແລະ ເຈ​ລະ​ຈາ​ກັບ​​ທ່ານ ບຸດ​ສະ​ຢາ ມາ​ເທ​ລີນ ເລ​ຂາ​ທິ​ການ ຜູ​້ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ ແລະ ເຮັດ​ວຽກ​ກັບ​ພົນ​ຈັດ​ຕະ​ວາ ​ອາ​ພິ​ສັກ ສົມ​ບຸດ​ຈະ​ເລີນ​ນົນ, ຫົວ​ຫນ້າ​ສູນ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄທ.
ທີ່​ການ​ທາບ​ທາມ​ຄຳ​ເຫັນ​ດ້ານ​ການ​ເມືອງ​ຄັ້ງ​ທີ 6, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກັນ​ໃນ​ຫລາຍ​ມາດ​ຕະ​ການ ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ປ້ອງ​ກັນ​ຊາດ, ການ​ຄ້າ, ການ​ລົງ​ທຶນ, ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ແຮງ​ງານ, ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ, ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ. ສອງ​ຝ່າຍ​ຢືນ​ຢັນ​ຈະ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ ໃນ​ບັນ​ດາ​ບັນ​ຫາ​ຄວາມ​ໝັ້ນ​ຄົງ ແລະ ຍຸດ​ທະ​ສາດ​ຂອງ​ພາກ​ພື້ນ ພ້ອມ​ທັງ​ມີ​ຄຳ​ໝັ້ນ​ສັນ​ຍາ ຮັກ​ສາ ແລະ ຊຸກ​ຍູ້​ສັນ​ຕິ​ພາບ, ຄວາມ​ໝັ້​ນ​ຄົງ ແລະ ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທີ່​ການ​ຕ້ອນ​ຮັບ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີດັ້ງ​ດີງ​ກູຍ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໄທ ດອນ ປາ​ມຸດ​ວິ​ໄນ ປາດ​ຖະ​ຫນາ​ວ່າ ສອງ​ຝ່າຍ​ຊຸກ​ຍູ້​ກາ​ນ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ ແລະ ປາດ​ຖະ​ຫນາວ່າ ອາ​ຊຽນ ຈະ​ມີ​ຄວາມ​ສາ​ມັກ​ຄີ, ຮັກ​ສາ​ບົດ​ບາດ​ໃຈ​ກາງ, ມີ​ທັດ​ສະ​ນະ​ລວມ​ໃນ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ພາກ​ພື້ນ ແລະ ສາ​ກົນ, ແລະຫວັງ​ວ່າ ເຂດ​ທະ​ເລ​ຕາ​ເວັນ​ອອກ ແມ່ນ​ເຂດ​ທະ​ເລແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top