• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມທາງໄກສະຫຼຸບສົກຮຽນ 2022 – 2023 ແລະ ກະກຽມເຂົ້າສົກຮຽນໃໝ່

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ ສືບຕໍ່ກວດກາ, ປັບປຸງ, ເພີ່ມເຕີມລະບອບລະບຽບການ, ກົນໄກ, ນະໂຍບາຍ… ໃຫ້ສົມບູນແບບໂດຍໄວ ເພື່ອສ້າງຄວາມສະດວກປະຕິບັດການປ່ຽນແປງໃໝ່ການສຶກສາ - ບຳລຸງສ້າງ
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມກອງປະຊຸມ)

ຕອນບ່າຍວັນທີ 18 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມກອງປະຊຸມທາງໄກສະຫຼຸບສົກຮຽນ 2022 – 2023 ແລະ ກະກຽມເຂົ້າສົກຮຽນໃໝ່ 2023 – 2024.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ ສືບຕໍ່ກວດກາ, ປັບປຸງ, ເພີ່ມເຕີມລະບອບລະບຽບການ, ກົນໄກ, ນະໂຍບາຍ… ໃຫ້ສົມບູນແບບໂດຍໄວ ເພື່ອສ້າງຄວາມສະດວກປະຕິບັດການປ່ຽນແປງໃໝ່ການສຶກສາ - ບຳລຸງສ້າງ, ຍົກສູງປະສິດທິພາບ, ປະສິດທິຜົນການຄຸ້ມຄອງຂອງລັດກ່ຽວກັບການສຶກສາ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີໄດ້ມອບໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ມີມາດຕະການແກ້ໄຂດ້ານການເງິນ ເພື່ອໜູນຊ່ວຍຄູອາຈານຢູ່ເຂດຫ່າງໄກສອກຫຼີກ; ສືບຕໍ່ລົງທຶນພື້ນຖານໂຄງລ່າງຢູ່ບັນດາເຂດຊົນເຜົ່າສ່ວຍໜ້ອຍ, ເຂດພູດອຍ, ເຂດທະເລໝູ່ເກາະ. ກ່ອນທີ່ກ້າວເຂົ້າສົກຮຽນໃໝ່, ທ່ານນາຍົກລັດຖະມົນຕີປາດຖະໜາວ່າ, ບັນດາຄູອາຈານ ຍາມໃດກໍ່ເສີມຂະຫຍາຍນ້ຳໃຈຮັກຊາດ, ນ້ຳໃຈຄວາມຮັບຜິດຊອບ, ແກ້ໄຂທຸກຄວາມຫຍຸ້ງຍາກ, ປະກອບສ່ວນເຂົ້າໃນການພັດທະນາຢ່າງຮຸ່ງເຮືອງເຫຼືອມເຫຼື້ອມຂອງຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

“​ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ​ຍູ້​ແຮງ​ການ​ຊອກ​ຫາ​, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ອັດ​ຖິ​ນັກຮົບເສຍສະຫຼະຊີວິດເພື່ອຊາດ​” ທ້ອນ​ໂຮມ​ອັດ​ຖິ​​ນັກຮົບເສຍສະຫຼະຊີວິດເພື່ອຊາດ​ໄດ້ 3.080 ອັດຖິພາຍ​ຫຼັງ​ເວລາ 6 ເດືອນ​.

Top