• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມທາງໄກລະຫວ່າງ ລັດຖະບານ ກັບປະຊາຄົມວິສາຫະກິດ ແລະ ບັນດາທ້ອງຖິ່ນກ່ຽວກັບມາດຕະການໜູນຊ່ວຍວິສາຫະກິດໃນສະພາບການໂລກລະບາດໂຄວິດ - 19

      ຕອນເຊົ້າວັນທີ 26 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງໄກ ກັບປະຊາຄົມວິສາຫະກິດ ແລະ ທ້ອງຖິ່ນຕ່າງໆກ່ຽວກັບບັນດາມາດຕະການສືບຕໍ່ໜູນຊ່ວຍວິສາຫະກິດໃນສະພາບການໂລກລະບາດໂຄວິດ - 19. 
            ເຂົ້າຮ່ວມກອງປະຊຸມຢູ່ຈຸດເຊື່ອມຕໍ່ 63 ແຂວງ, ນະຄອນ ຂຶ້ນກັບສູນກາງ ມີບັນດາທ່ານເລຂາຄະນະພັກແຂວງ, ນະຄອນ; ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ; ການນຳບັນດາພະແນກ, ຄະນະ, ຂະແໜງການ, ອົງການຈັດຕັ້ງ ແລະ ຜູ້ແທນ, ຜູ້ຕາງໜ້າວິສາຫະກິດ ແລະ ສະຫະສະມາຄົມວິສາຫະກິດຢູ່ທ້ອງຖິ່ນຕ່າງໆ ຈຳນວນ 1.200 ທ່ານ.
            ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ບົນເນື້ອໃນຈິດໃຈ “ຍິ່ງປະສົບກັບຄວາມຫຍຸ້ງຍາກ, ຍິ່ງສັບສົນ ຕ້ອງຍິ່ງມີຄວາມສາມັກຄີ, ຍິ່ງມີປະຊາທິປະໄຕ, ຮັບຟັງຄຳເຫັນຂອງກັນ ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ”, ທ່ານນາຍົກລັດຖະມົນຕີມີຄວາມປາດຖະໜາຢາກສືບຕໍ່ຮັບຟັງຄຳເຫັນຂອງປະຊາຄົມວິສາຫະກິດ, ຊອກຫາມາດຕະການຊຸກຍູ້ການຜະລິດດຳເນີນທຸລະກິດ, ໜູນຊ່ວຍບັນດາວິສາຫະກິດ, ພ້ອມກັບທົ່ວປະເທດ “ປັບຕົວໃຫ້ແທດເໝາະກັບສະພາບ ຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໄດ້ຢ່າງມີປະສິດທິຜົນ”, ຟື້ນຟູການຜະລິດ, ດຳເນີນທຸລະກິດ, ພັດທະນາເສດຖະກິດ - ສັງຄົມເທື່ອລະກ້າວ.
ພວກເຮົາຕ້ອງຊອກຫາວິທີເພື່ອປັບຕົວໃຫ້ແທດເໝາະກັບສະພາບໂລກລະບາດນີ້, ພວກເຮົາຕ້ອງສືບຕໍ່ດຳເນີນການພົບປະແລກປ່ຽນຕື່ມອີກ ແລ້ວແກ້ໄຂເທື່ອລະກ້າວ, ຮັບຟັງຄຳຄິດເຫັນຂອງກັນ, ເຄົາລົບເຊິ່ງກັນແລະກັນເພື່ອພ້ອມກັນປຶກສາຫາລືຊອກຫາມາດຕະການແກ້ໄຂ ເພື່ອທັງຕ້ານໂລກລະບາດໄດ້ເປັນຢ່າງດີ ທັງພັດທະນາເສດຖະກິດ”.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີຢຸງ ໄດ້ຍົກອອກ 6 ຂໍ້ສະເໜີແນະ, ໃນນັ້ນ ໄດ້ສະເໜີໃຫ້ທ້ອງຖິ່ນຕ່າງໆຈົ່ງສ້າງ ແລະ ປະກາດແຜນການຟື້ນຟູເສດຖະກິດໃນສະພາບການໃໝ່ໂດຍດ່ວນ. ພ້ອມດຽວກັນນັ້ນ, ພ້ອມກັບບັນດາວິສາຫະກິດ, ເປັນເຈົ້າການຄົ້ນຄວ້າ, ເປັນເອກະພາບກ່ຽວກັບແບບວິທີ, ເງື່ອນໄຂຈັດຕັ້ງການຜະລິດ, ດຳເນີນທຸລະກິດຢ່າງຮອດໄພ, ຮັບມືກັບການຜັນແປຂອງໂລກລະບາດຢູ່ທ້ອງຖິ່ນ ແລະ ສ້າງເງື່ອນໄຂຕົວຈິງໃຫ້ແກ່ວິສາຫະກິດ; ຈຳກັດການປິດປະຕູໂຮງຈັກໂຮງງານຢ່າງສຸດຂີດ.
            ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ກອງປະຊຸມຄັ້ງນີ້ ແລະ ກອງປະຊຸມ, ການພົບປະແລກປ່ຽນ, ໂອ້ລົມຄັ້ງຕ່າງໆທີ່ຈັດຂຶ້ນໃນໄລຍະຜ່ານມາໄດ້ສະແດງໃຫ້ເຫັນຄວາມສຸດຈິດສຸດໃຈ, ນ້ຳໃຈຄວາມຮັບຜິດຊອບຂອງບັນດານັກທຸລະກິດ, ຄວາມຄາດຫວັງຂອງຊາດ, ຄວາມມຸ່ງມາດປາດຖະໜາຢາກປະກອບສ່ວນເຂົ້າໃນການສ້າງປະເທດຫວຽດນາມ ທີ່ສະຫງົບສຸກ ແລະ ພັດທະນາ. ລັດຖະບານຈະຍູ້ແຮງການແບ່ງຂັ້ນ, ແບ່ງສິດອຳນດາຢ່າງສຸດຂີດເພື່ອໃຫ້ອຳນາດການປົກຄອງໃກ້ຊິດກັບປະຊາຊົນ, ໃກ້ຊິດກັບວິສາຫະກິດຫຼາຍກວ່າ, ເພື່ອໃຫ້ວິສາຫະກິດມີຄວາມໃກ້ຊິດສະໜິດສະໜົມກັບອຳນາດການປົກຄອງໄວກວ່າ.
            ສຳລັບບັນດາຂໍ້ສະເໜີແນະຂອງວິສາຫະກິດ, ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ລັດຖະບານພວມພ້ອມກັບ ສະພາແຫ່ງຊາດ ພະຍາຍາມຮ່ວມເດີນທາງພ້ອມກັບວິສາຫະກິດ, ບົນເນື້ອໃນຈິດໃຈ “3 ບໍ່ ແລະ 5 ຈິງ”, ນັ້ນແມ່ນ ບໍ່ເວົ້າລ້າໆ, ບໍ່ເວົ້າຍາກ, ບໍ່ເວົ້າເຮັດແຕ່ບໍ່ເຮັດ, ຄິດຈິງ, ເວົ້າຈິງ, ທຳຈິງ, ມີປະສິດທິຜົນຢ່າງແທ້ຈິງ ແລະ ປະຊາຊົນ ແລະ ວິສາຫະກິດໄດ້ຊົມໃຊ້ຜົນງານນັ້ນຢ່າງແທ້ຈິງ”.
(ແຫຼ່ງຄັດຈາກ VOV)


10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top