• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຖະແຫຼງຂ່າວແຈ້ງໝາກຜົນການພົບປະເຈລະຈາລະຫວ່າງນາຍົກລັດຖະມົນຕີຫວຽດນາມແລະກຳປູເຈຍ

      ພາຍຫຼັງການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hun Sen ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ, ແຈ້ງໝາກຜົນການພົບປະເຈລະຈາ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ Samdech Techo Hun Sen
ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ.(ພາບ: TTXVN)
      ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ.
        “ຂ້າພະເຈົ້າຂໍແຈ້ງວ່າ, ປີ 2016, ຂ້າພະເຈົ້າ ແລະ ທ່ານນາຍົກລັດຖະມົນຕີ Hun Sen ໄດ້ເປັນສັກຂີພິຍານພິທີລົງນາມສູ້ຊົນຮອດປີ 2020 ຈະບັນລຸໄດ້ວົງເງິນການຄ້າ 2 ສົ້ນລະຫວ່າງ 2 ປະເທດແມ່ນ 5 ຕື້ USD. ໃນປີ 2019 ນີ້, 2 ປະເທດໄດ້ລື່ນກາຍຕົວເລກຄາດຄະເນ 5 ຕື້ USD ແລ້ວ ແລະ ນີ້ແມ່ນຂ່າວທີ່ໜ້າຊື່ນຊົມ, ພິເສດແມ່ນຂະແໜງທ່ອງທ່ຽວໄດ້ຮັບການພັດທະນາຢ່າງແຮງ, ມີຊາວຫວຽດນາມ ກວ່າ 1 ລ້ານຄົນໄດ້ໄປທ່ອງທ່ຽວຢູ່ກຳປູເຈຍ ແລະ ມີຫຼາຍໂຄງການລົງທຶນຂອງຫວຽດນາມ ພວມໄດ້ຮັບການຜັນຂະຫຍາຍຢູ່ກຳປູເຈຍ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນອນໃນກຸ່ມແຖວໜ້າທີ່ມີການລົງທຶນເຂົ້າກຳປູເຈຍ. ຂ້າພະເຈົ້າ ແລະ ທ່ານນາຍົກລັດຖະມົນຕີ Hun Sen ກໍ່ເຫັນດີເປີດກວ້າງ ແລະ ເຮັດໃຫ້ບັນດາການຮ່ວມມືໃນບັນດາຂົງເຂດຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ທ່ອງທ່ຽວ... ໃຫ້ເລິກເຊິ່ງກວ່າອີກ; ຜັນຂະຫຍາຍບັນດາໂຄງການ, ລາຍການຮ່ວມມືໃໝ່ທີ່ຫາກໍ່ໄດ້ລົງນາມນຳກັນ”.
        ສ່ວນທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hun Sen ໄດ້ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງເຊິ່ງຫວຽດນາມ ບັນລຸໄດ້ ພາຍໃຕ້ການຊີ້ນຳນຳພາຢ່າງຖືກຕ້ອງຂອງພັກກອມມູນິດຫວຽດນາມ. ທ່ານນາຍົກລັດຖະມົນຕີກຳປູເຈຍ ກໍ່ໃຫ້ຮູ້ວ່າ, ການຢ້ຽມຢາມນີ້ມີຄວາມໝາຍປະຫວັດສາດອັນໃຫຍ່ຫຼວງ ຍ້ອນທັງ 2 ຝ່າຍໄດ້ສຳເລັດ ແລະ ບັນລຸໄດ້ໝາກຜົນອັນໃຫຍ່ຫຼວງໃນການພົວພັນລະຫວ່າງ 2 ປະເທດສຳລັບຂົງເຂດຊາຍແດນ ເຊິ່ງ 2 ຝ່າຍຈະລົງນາມໃນເອກະສານສຳຄັນກ່ຽວກັບຊາຍແດນໃນວັນທີ 05 ຕຸລາ. ທ່ານນາຍົກລັດຖະມົນຕີ Hun Sen ໃຫ້ຮູ້ວ່າ, ນອກຈາກບັນຫາການຮ່ວມມື 2 ຝ່າຍແລ້ວ, 2 ຝ່າຍຍັງໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top