• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຕີລາຄາວຽກງານນຳພາ, ຊີ້ນຳ, ບໍລິຫານຂອງພັກ, ລັດ ກ່ຽວຂ້ອງເຖິງເຂດ ໄຕງວຽນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຮຽກຮ້ອງວ່າ ການນຳບັນດາກະຊວງ, ຂະແໜງການ, ບັນດາແຂວງ ເຂດ ໄຕງວຽນ ຄວນເອົາໃຈໃສ່ພິເສດເຖິງມາດຕະການພື້ນຖານທີ່ສຸດ, ນັ້ນແມ່ມ ພັດທະນາເສດຖະກິດ - ສັງຄົມ, ບັນຫາຈັດຕັ້ງປະຕິບັດບັນດານະໂຍບາຍສາສະໜາ.
ກອງປະຊຸມຈັດຂຶ້ນຢູ່ ຮ່າໂນ້ຍ (ພາບ: ກະຊວງຕຳຫຼວດ ຫວຽດນາມ)

ຕອນບ່າຍວັນທີ 7 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການກ່ຽວຂ້ອງ ແລະ 5 ແຂວງ ເຂດ ໄຕງວຽນ, ລວມມີ: ດັກລັກ, ດັກນົງ, ເລີມດົ່ງ, ຢາລາຍ, ກອນຕຸມ, ຈັດກອງປະຊຸມຕີລາຄາວຽກງານການນຳພາ, ຊີ້ນຳ, ບໍລິຫານ ແລະ ຈັດຕັ້ງປະຕິບັດແຜນນະໂຍບາຍແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ກ່ຽວຂ້ອງເຖິງເຂດ ໄຕງວຽນ. ທີ່ກອງປະຊຸມ, ບັນດາຜູ້ແທນຢັ້ງຢືນວ່າ: ໄຕງວຽນ ແມ່ນເຂດຍຸດທະສາດດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດແມ່ນມາດຕະການພື້ນຖານທີ່ສຸດເພື່ອຮັບປະກັນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ສະຖຽນລະພາບຢູ່ເຂດ ໄຕງວຽນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຮຽກຮ້ອງວ່າ ການນຳບັນດາກະຊວງ, ຂະແໜງການ, ບັນດາແຂວງ ເຂດ ໄຕງວຽນ ຄວນເອົາໃຈໃສ່ພິເສດເຖິງມາດຕະການພື້ນຖານທີ່ສຸດ, ນັ້ນແມ່ມ ພັດທະນາເສດຖະກິດ - ສັງຄົມ, ບັນຫາຈັດຕັ້ງປະຕິບັດບັນດານະໂຍບາຍສາສະໜາ, ຊົນເຜົ່າ, ເອົາໃຈໃສ່ເບິ່ງແຍງເຖິງການສ້າງລະບົບການເມືອງຢູ່ຂັ້ນຮາກຖານ, ສ້າງຖັນແຖວພະນັກງານແມ່ນຊາວຊົນເຜົ່າສ່ວນໜ້ອຍ ເໝາະສົມກັບລັກສະນະ, ສະພາບການຂອງທ້ອງຖິ່ນ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບດ້ານການເມືອງຢູ່ເຂດ ໄຕງວຽນ.

(ແຫຼ່ງຄັດຈາກ VOV)

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

Top