• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຍຸຕິທຳບັນດາແຂວງມີຊາຍແດນຮ່ວມ ຫວຽດນາມ - ລາວ ເປີດກ້ວາງ ຄັ້ງທີ V

ກອງປະຊຸມໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ, ກະຊວງຍຸຕິທຳຂອງສອງປະເທດສືບຕໍ່ສົມທົບກັນແກ້ໄຂບັນດາກໍລະນີ ອົບພະຍົບເສລີຂອງຊາວ ຫວຽດນາມ ທີ່ພວມດຳລົງຊີວິດໃນລາວ...

ກອງປະຊຸມໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ, ກະຊວງຍຸຕິທຳຂອງສອງປະເທດສືບຕໍ່ສົມທົບກັນແກ້ໄຂບັນດາກໍລະນີ ອົບພະຍົບເສລີຂອງຊາວ ຫວຽດນາມ  ທີ່ພວມດຳລົງຊີວິດໃນລາວ...

    

ທ່ານ ໄພວີ ສີບົວລິພາ, ລັດຖະມົນຕີກະຊວງຍຸຕິທຳ ສປປ ລາວ ກ່າວຄຳເຫັນທີ່ກອງປະຊຸມ

ວັນທີີ 24 ສິງຫາ, ຢູ່ແຂວງ ເງະອານ, ກະຊວງຍຸຕິທຳ ຫວຽດນາມ ໄດ້ສົມທົບກັບກະຊວງຍຸຕິທຳ ລາວ ຈັດຕັ້ງກອງປະຊຸມຍຸຕິທຳ ບັນດາແຂວງ ມີຊາຍແດນຮ່ວມ ຫວຽດນາມ  - ລາວ ເປີດກ້ວາງຄັ້ງທີ V. ກອງປະຊຸມໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ, ກະຊວງຍຸຕິທຳຂອງສອງປະເທດສືບຕໍ່ສົມທົບກັນແກ້ໄຂບັນດາກໍລະນີ ອົບພະຍົບເສລີຂອງຊາວ ຫວຽດນາມ  ທີ່ພວມດຳລົງຊີວິດໃນລາວ, ສູ້ຊົນປະຕິບັດສຳເລັດກ່ອນເດືອນ ມິຖຸນາ 2023...; ປະຕິບັດສຳເລັດການເຈລະຈາເພື່ອລົງນາມໃນສົນທິສັນຍາໜູນຊ່ວຍດ້ານຍຸຕິທຳທາງແພ່ງໂດຍໄວ, ຍົກສູງການປະຕິບັດບັນດາຄຳຮຽກຮ້ອງມອບສິດດ້ານຍະຕິທຳທາງແພ່ງໃຫ້ມີປະສິດທິຜົນ, ເພີ່ມທະວີສົມທົບກັນ ເຄື່ອນໄຫວຮ່ວມມືໜູນຊ່ວຍຍຸຕິທຳຫຼາຍຝ່າຍ ແລະ ພາກພື້ນ, ໃນນັ້ນມີການສົມທົບກັນຜັນຂະຫຍາຍປະຕິບັດຂໍ້ລິເລີ່ມຂອງ ຫວຽດນາມ ກ່ຽວກັບການເພີ່ມທະວີໜູນຊ່ວຍດ້ານຍຸຕິທຳໃນປະຊາຄົມ ອາຊຽນ.

          ຢູ່ນອກກອງປະຊຸມ, ສອງຝ່າຍໄດ້ລົງນາມໂຄງການຮ່ວມມືລະຫວ່າງກະຊວງຍຸຕິທຳ ຫວຽດນາມ ແລະ ກະຊວງຍຸຕິທຳ ລາວ ປີ 2023; ຂໍ້ຕົກລົງຮ່ວມມືລະຫວ່າງ ວິທະຍາໄລກົດໝາຍພາກກາງ ແລະ ສະຖາບັນຍຸຕິທຳແຫ່ງຊາດ ລາວ; ຂໍ້ຕົກລົງຮ່ວມມືລະຫວ່າງພະແນກຍຸຕິທຳແຂວງ ເຊີນລາ (ຫວຽດນາມ) ແລະ ພະແນກຍຸຕິທຳ ແຂວງ ໄຊຍະບູລີ (ສປປ ລາວ).

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top