• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 8 ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ

      ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 8 ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຊິ່ງດຳເນີນໃນຕອນເຊົ້າວັນທີ 05 ມັງກອນ, ຢູ່ນະຄອນໂຮ່ຈິມິນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກເຖິງການປະຕິບັດລັດຖະບານແຫ່ງການກະທຳ, ສັດຊື່ບໍລິສຸດ, ສ້າງສັນພັດທະນາ, ຮັບໃຊ້ປະຊາຊົນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມຄັ້ງທີ 8
ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ
(ພາບ: TTXVN)
      ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ກະຕືລືລົ້ນເພື່ອໃຫ້ປະຊາຊົນປະກອບສ່ວນພັດທະນາເສດຖະກິດ, ສັງຄົມ. ທ່ານນາຍົກລັດຖະມົນຕີໄດ້ຕີລາຄາວ່າ, ແນວໂຮມປະເທດຊາດຫວຽດນາມ ໄດ້ປະຕິບັດວຽກງານເຕົ້າໂຮມປະຊາຊົນທຸກຊັ້ນວັນນະ, ປັບປຸງ ແລະ ເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດເປັນຢ່າງດີ.
        ທ່ານນາຍົກລັດຖະມົນຕີ ຕີລາຄາສູງແນວໂຮມປະເທດຊາດຫວຽດນາມ ໄດ້ປະຕິບັດວຽກງານຕິດຕາມກວດກາ ແລະ ການໄຈແຍກຕີລາຄາສັງຄົມ, ປະກອບສ່ວນກໍ່ສ້າງພັກ ແລະ ລັດໃຫ້ໝັ້ນຄົງເຂັ້ມແຂງ.
        “ໃນຊຸມປີຜ່ານມາ, ລັດຖະບານ ແລະ ແນວໂຮມປະເທດຊາດຫວຽດນາມ ຍາມໃດກໍ່ຮັກສາ ແລະ ປະຕິບັດກົນໄກສົມທົບວຽກງານ. ປີ 2017, ປະສິດທິຜົນວຽກງານສົມທົບກັນລະຫວ່າງລັດຖະບານ ແລະ ແນວໂຮມປະເທດຊາດຫວຽດນາມ ໄດ້ຮັບການຍົກສູງຂຶ້ນບາດກ້າວໜຶ່ງ, ພິເສດແມ່ນໃນການເຄື່ອນໄຫວຕິດຕາມກວດກາ, ການຕີລາຄາສັງຄົມ, ສຸມໃສ່ເຂົ້າບັນດາເນື້ອໃນແກ້ໄຂການຮ້ອງທຸກຟ້ອງຮ້ອງ, ວຽກງານເປີດເຜີຍຂໍ້ສະຫຼຸບການກວດກາ, ພັດທະນາວິທະຍາສາດເຕັກໂນໂລຊີ, ຮັບປະກັນດ້ານສະບຽງອາຫານ…”
        ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີວ່າ, ແນວໂຮມປະເທດຊາດຫວຽດນາມ ເຂົ້າຮ່ວມການຕິດຕາມກວດກາບັນດາບັນຫາໃຫຍ່ເຊິ່ງປະຊາຊົນມີຄວາມສົນໃຈຕື່ມອີກຄືການປະຕິຮູບລະບຽບການບໍລິຫານ, ການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ.
ແຫຼ່ງຄັດຈາກ VOV

ສະ​ພາ​ແຫ່ງ​ຊາດ​ກຳ​ນົດ​ການ​ຕິດ​ຕາມ​ກວດ​ກາ​ສູງ​ທີ່​ສຸດ​ໃຫ້​ແກ່​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ, ການ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ

ສະ​ພາ​ແຫ່ງ​ຊາດ​ກຳ​ນົດ​ການ​ຕິດ​ຕາມ​ກວດ​ກາ​ສູງ​ທີ່​ສຸດ​ໃຫ້​ແກ່​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ, ການ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ

ສະພາແຫ່ງຊາດຈະຕິດຕາມກວດກາການປະຕິບັດມະຕິເລກທີ 43 ຂອງສະພາແຫ່ງຊາດກ່ຽວກັບນະໂຍບາຍການເງິນ, ເງິນຕາໜູນຊ່ວຍໂຄງການຟື້ນຟູ, ພັດທະນາເສດຖະກິດ ສັງຄົມ

Top