• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 54 ຂອງຄະນະປະຈຳສະພາແຫ່ງຊາດກະກຽມເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຊຸດທີ 14

ຫ້ອງວ່າການສະພາແຫ່ງຊາດຫາກໍ່ອອກແຈ້ງການໃຫ້ຮູ້ວ່າ, ວັນທີ 15 ມີນາ 2021, ກອງປະຊຸມຄັ້ງທີ 54 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ ຈະດຳເນີນທີ່ຫ້ອງປະຊຸມ ເຕີນຈ່າວ, ຫໍສະພາແຫ່ງຊາດ, ນະຄອນຫຼວງຮ່າໂນ້ຍ.
ກອງປະຊຸມຄັ້ງທີ 53 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ. (ພາບປະກອບ: quochoi.vn)
ຕາມລາຍການທີ່ໄດ້ຄາດຄະເນແລ້ວ, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ຈະດຳເນີນການປະຊຸມເປັນເວລາ 1 ວັນ ເພື່ອພິຈາລະນາ, ປະກອບຄຳເຫັນໃສ່ບົດລາຍງານສະຫຼຸບວຽກງານອາຍຸການຊຸດທີ 14 ຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ; ລາຍງານໝາກຜົນການຕິດຕາມກວດກາການແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງທີ່ສົ່ງເຖິງກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດຫວຽດນາມ ຊຸດທີ 14; ບົດລາຍງານລວບລວມຄຳຄິດເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນທີ່ສົ່ງເຖິງກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຫວຽດນາມ ຊຸດທີ 14; ປະກອບຄຳເຫັນດ້ວຍເອກະສານສຳລັບບົດລາຍງານຕີລາຄາເພີ່ມເຕີມໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດປີ 2020. ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ວຽກງານບຸກຄະລາກອນເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top