• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 37 ຂອງຄະນະປະຈຳສະພາແຫ່ງຊາດ

      ໂດຍສືບຕໍ່ກອງປະຊຸມຄັ້ງທີ 37, ຕອນເຊົ້າວັນທີ 17 ກັນຍາ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງດຳລັດກຳນົດລະບຽບການດ້ານພາສີ, ກວດກາ, ຕິດຕາມກວດກາດ້ານພາສີສຳລັບສິນຄ້າຜ່ານແດນຜ່ານລະບົບຜ່ານແດນພາສີອາກອນ ອາຊຽນເພື່ອປະຕິບັດດຳລັດເລກທີ 7 ວ່າດ້ວຍລະບົບຜ່ານແດນ ພາສີ.

ກອງປະຊຸມຄັ້ງທີ 37 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ: Quochoi.vn) 
       ເມື່ອລາຍງານໃບສະເໜີຮ່າງດຳລັດດັ່ງກ່າວ, ທ່ານ ດິງຕຽນຢຸງລັດຖະມົນຕີກະຊວງການເງິນຊີ້ແຈ້ງວ່າ, ການສ້າງຮ່າງດຳລັດແມ່ນຈຳເປັນ, ເພື່ອແນໃສ່ສ້າງພື້ນຖານນິຕິກຳເພື່ອຜັນຂະຫຍາຍການນຳໃຊ້ການຫັນພາສີ ເປັນທັນສະໄໝສຳລັບສິນຄ້າຜ່ານແດນ ລະຫວ່າງບັນດາປະເທດອາຊຽນ, ໃນນັ້ນມີ ຫວຽດນາມ, ຫຼຸດຜ່ອນລະບຽບການດ້ວຍເອກະສານໃນການປະຕິບັດລະບຽບການພາສີອາກອນສຳລັບສິນຄ້າຜ່ານແດນ. ພ້ອມທັງ, ປະກາດໃຊ້ດຳລັດຈະຍົກສູງກຳລັງຄວາມສາມາດລະຫວ່າງບັນດາວິສາຫະກິດ, ເສີມຂະຫຍາຍທ່າໄດ້ປຽບກ່ຽວກັບທີ່ຕັ້ງພູມີປະເທດຂອງຫວຽດນາມ ໃນການຂົນສົ່ງສິນຄ້າຜ່ານແດນ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ຫວັງ​ຢ່າງ​ຍິງວ່າ ຢາກ​ສະ​ຫງວນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່​ນີ້​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ, ໃຫ້​ລຸ້ນ​ຄົນ ຫວຽດ​ນາມ ແລະ ແດນ​ມາກທີ່​ຕັ້ງ​ພື້​ນ​ຖານ, ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ໃນ​ຕະຫຼອດ​ໄລ​ຍະ 55 ປີ​ຜ່ານ​ມາ.

Top