• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 27 ຄະນະປະຈຳສະພາແຫ່ງຊາດ: ສຳເລັດບັນດາຄາດໝາຍປີ 2023 ຢ່າງເດັດຂາດ

ໂດຍປະກອບຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕັກເຕືອນວ່າ ໃນໄລຍະຈະມາເຖິງ, ຈິດໃຈແມ່ນຕ້ອງສູ້ຊົນປະຕິບັດບັນດາໜ້າທີ່, ຄາດໝາຍຂອງປີ 2023 ໃຫ້ສຳເລັດໃນລະດັບສູງສຸດຢ່າງເດັດຂາດ.
ກອງປະຊຸມຂອງຄະນະປະຈຳສະພາແຫ່ງຊາດ

ເມື່ອປະກອບຄຳເຫັນກ່ຽວກັບບັນດາເນື້ອໃນກ່ຽວຂ້ອງເຖິງເສດຖະກິດ - ສັງຄົມ ຢູ່ກອງປະຊຸມຄັ້ງທີ 27 ຄະນະປະຈຳສະພາແຫ່ງຊາດ, ຕອນເຊົ້າວັນທີ 16 ຕຸລາ, ຢູ່ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ຕີລາຄາ, ໃນສະພາບການໂລກ ແລະ ພາຍໃນປະເທດພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ພາຍໃຕ້ການນຳພາຂອງພັກ, ສະພາແຫ່ງຊາດ, ລັດຖະບານ ໄດ້ມີບັນດານະໂຍບາຍທັນການຊ່ວຍສະພາບເສດຖະກິດ - ສັງຄົມສືບຕໍ່ທ່າອ່ຽງຟື້ນຟູຕັ້ງໜ້າ. ຕາມນັ້ນແລ້ວ, ເສດຖະກິດມະຫາພາກເປັນປົກກະຕິໂດຍພື້ນຖານ, ໄພເງິນເຟີ້ຢ່າງໄດ້ຄວບຄຸມ, ບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດໄດ້ຮັບປະກັນໂດຍພື້ນຖານ. ການເຄື່ອນໄຫວພົວພັນຕ່າງປະເທດໄດ້ຮັບການຍູ້ແຮງ, ອິດທິພົນຊື່ສຽງ ແລະ ທີ່ຕັ້ງສາກົນໄດ້ຍົກສູງຂຶ້ນ. 

ໂດຍປະກອບຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕັກເຕືອນວ່າ ໃນໄລຍະຈະມາເຖິງ, ຈິດໃຈແມ່ນຕ້ອງສູ້ຊົນປະຕິບັດບັນດາໜ້າທີ່, ຄາດໝາຍຂອງປີ 2023 ໃຫ້ສຳເລັດໃນລະດັບສູງສຸດຢ່າງເດັດຂາດ, ສ້າງສຳເລັດແຜນການປີ 2024 ຢ່າງຮອບດ້ານ, ປະກອບສ່ວນປະຕິບັດສຳເລັດໜ້າທີ່ຂອງທັງອາຍຸການ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top