• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 22 ຄະນະປະຕິບັດງານພິເສດລັດຖະບານ ຫວຽດນາມ -ລາວ

      ຕອນເຊົ້າວັນທີ 26 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ ໄດ້ຈັດກອງປະຊຸມຄັ້ງທີ 22 ລະຫວ່າງຄະນະປະຕິບັດງານພິເສດ ລັດຖະບານ ຫວຽດນາມ ແລະ ຄະນະປະຕິບັດງານພິເສດ ລັດຖະບານລາວ ກ່ຽວກັບການສືບຕໍ່ຊອກຫາ, ທ້ອນໂຮມ, ສົ່ງອັດຖະທະຫານອາສາສະໝັກເສຍສະຫຼະຊີວິດເພື່ອຊາດ ແລະ ນັກຊ່ຽວຊານ ຫວຽດນາມ ເສຍສະຫຼະຊີວິດຢູ່ ລາວ ໃນໄລຍະສົງຄາມກັບຄືນປະເທດ. 
ການເຮັດວຽກລະຫວ່າງ 2 ຝ່າຍໃນປີ 2016
      ຄະນະຜູ້ແທນຄະນະປະຕິບັດງານພິເສດ ລັດຖະບານ ຫວຽດນາມ ໂດຍພົນໂທ ເລຈຽມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານພິເສດ ລັດຖະບານ ຫວຽດນາມ ນຳໜ້າເຈລະຈາ ກັບຄະນະຜູ້ແທນຄະນະປະຕິບັດງານພິເສດ ລັດຖະບານລາວ ໂດຍພົນຕີ ວິໄລ ຫຼ້າຄຳຟອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານພິເສດ ລັດຖະບານລາວ ນຳໜ້າ.
        ລະດູແຫ້ງປີ 2016 – 2017, ບັນດາກົມກອງທ້ອນໂຮມອັດຖິທະຫານ ຫວຽດນາມ ໄດ້ຊອກຫາ, ທ້ອນໂຮມອັດຖິ ທະຫານເສຍສະຫຼະຊີວິດຢູ່ລາວ 270 ຊຸດ, ໃນນັ້ນມີ 24 ອັດຖິ ໄດ້ຢັ້ງຢືນລາຍຊື່, ບ້ານເກີດເມືອງນອນ. ກ່ຽວກັບທິດທາງ, ເນື້ອໃນການຮ່ວມມືໃນລະດູແລ້ງປີ 2017 -2018, ສອງຝ່າຍໄດ້ເປັນເອກະພາບສືບຕໍ່ຊີ້ນຳ, ຊອກຫາ, ທ້ອນໂຮມ, ສົ່ງອັດຖິທະຫາຍອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ໃນໄລຍະສົງຄາມກັບຄືນປະເທດ.
        ໃນເວລາຢ້ຽມຢາມ ແລະ ເຮັດວຽກຢູ່ລາວແຕ່ວັນທີ 25 -27 ມິຖຸນາ 2017, ຄະນະຜູ້ແທນຄະນະປະຕິບັດງານພິເສດລັດຖະບານ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ, ຢ້ຽມຢາມບາງອົງການ, ຫົວໜ່ວຍຂອງ ຫວຽດນາມ ຢູ່ລາວ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top