• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄະນະພັກການທະຫານສູນກາງປະກອບຄໍາເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ອົງຄະນະພັກກອງທັບຄັ້ງທີ 11

      ວັນທີ 25 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ ໄດ້ຈັດຕັ້ງກອງປະຊຸມປະກອບຄໍາເຫັນກ່ຽວກັບຮ່າງເອກະສານ ກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ 11. 

ທ່ານ ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ, ເລຂາຄະນະພັກການທະຫານສູນກາງ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: qdnd.vn)
      ກ່າວຄໍາເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ, ເລຂາຄະນະພັກການທະຫານສູນກາງ ປາດຖະໜາວ່າ ວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຈະປະຕິບັດເປັນຢ່າງດີ ເພື່ອໃຫ້ກອງປະຊຸມໃຫຍ່ດໍາເນີນຢ່າງແທດຈິງ, ມີປະສິດທິຜົນ, ກາຍເປັນແບບຢ່າງສໍາເລັດຜົນ, ປຸກລຸກນໍ້າໃຈ ແລະ ຄວາມເອກອ້າງທະນົງໃຈ, ສ້າງທ່ວງທ່າໄຊຊະນະຢ່າງມີໄຊ ເມື່ອກ້າວເຂົ້າສູ່ໄລຍະໃໝ່. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງ ສະເໜີໃຫ້ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ຕ້ອງເສີມຂະຫຍາຍຄວາມຮັບຜິດຊອບ, ເຂົ້າຮ່ວມການປຶກສາຫາລື, ປະກອບຄໍາເຫັນເຂົ້າໃນຮ່າງເອກະສານ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ ຄັ້ງທີ 11 ບົນເນື້ອໃນຈິດໃຈແທດຈິງ, ກົງໄປກົງມາ, ເສີມຂະຫຍາຍນໍ້າໃຈຕໍ່ສູ້ ແລະ ມີລັກສະນະສ້າງສັນ, ສ້າງບາດກ້າວຫັນປ່ຽນຢ່າງແຮງໃນການກໍ່ສ້າງກໍາລັງກອງທັບ.
        ທີ່ກອງປະຊຸມ, ບັນດາຜູ້ແທນເຫັນດີຢ່າງສູງຕໍ່ເນື້ອໃນ, ທິດທາງໂດຍພື້ນຖານຂອງການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ, ສ້າງອົງຄະນະພັກກອງທັບ ອາຍຸການ 2020 – 2025 ແລະ ຊຸມປີຈະມາເຖິງ. ທົ່ວກອງທັບກຽມພ້ອມນໍ້າໃຈຕໍ່ສູ້ ແລະ ຕໍ່ສູ້ຢ່າງມີໄຊ ໃນທຸກກໍລະນີ, ປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມໃຫ້ໝັ້ນຄົງເຂັ້ມແຂງ, ປະກອບສ່ວນເຂ້ົາໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອສ້າງສາ ແລະ ພັດທະນາປະເທດຊາດ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top