• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານເຊື້ອພະຍາດ nCoV

ຕອນເຊົ້າວັນທີ 10 ກຸມພາ, ທີ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານເຊື້ອພະຍາດອັກເສບປອດເກີດຈາກໄວຣັດໂຄໂຣນາ. 
ຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຊີ້ແຈ້ງວ່າ ຕ້ອງເພີ່ມທະວີການຄຸ້ມຄອງເລື່ອງແຍກຜູ້ຕິດເຊື້ອໃຫ້ປິ່ນປົວຢູ່ບ່ອນຕ່າງຫາກໃນວົງຄະນະຍາດ. ພ້ອມທັງ ມີຂໍ້ສະເໜີແນະໃຫ້ແກ່ບັນດາກໍລະນີໃດທີ່ມີຄວາມຈຳເປັນໄປປິ່ນປົວຢູ່ຂັ້ນສູນກາງ, ກໍລະນີໃດຄວນປິ່ນປົວຢູ່ຂັ້ນຮາກຖານ…
 
ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານເຊື້ອພະຍາດ nCoV (ພາບ: 
(baoquocte.vn)

 ແລະກໍ່ໃນຕອນເຊົ້າວັນທີ 10 ກຸມພາ, ໂຮງໝໍກາງສະໜາມມີຂອບຂະໜາດ 300 ຕຽງເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານເຊື້ອພະຍາດ nCoV ໄດ້ຖືກນຳເຂົ້າໃຊ້ການຢ່າງເປັນທາງການຢູ່ເມືອງ ກູຈີ, ນະຄອນ ໂຮ່ຈີມິນ. ພັນຕີ, ທ່ານໝໍ ດັ້ງກວາງຍືດ, ຫົວໜ້າເສນາຮັກ, ກອງບັນຊາການທະຫານນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

        “ກ່ອນອື່ນໝົດ, ໂຮງໝໍກາງສະໜາມຈະຮັບເອົາຜູ້ທີ່ຖືກສົງໄສຕິດເຊື້ອພະຍາດ ຫຼື ຄົນເຈັບຢູ່ບັນດາທ້ອງຖິ່ນ, ຕາແສງ, ເມືອງທີ່ມີອາການເປັນໄອ, ເປັນໄຂ້. ຕ່າງກັບບັນດາເຂດແຍກຜູ້ຕິດເຊື້ອຂອງທ້ອງຖິ່ນ, ໂຮງໝໍກາງສະໜາມທັງແຍກຕົວຜູ້ຕິດເຊື້ອ, ທັງປິ່ນປົວ.

(ແຫຼ່ງຄັດຈາກ VOV)

ສານກ່ຽວກັບປະເທດ ຫຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ

ສານກ່ຽວກັບປະເທດ ຫຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ

ຫວຽດນາມ ໄດ້ປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບບັນດາປະເທດ, ເປີດກຳລັງໜູນ ແລະ ກາລະໂອກາດໃໝ່ ເພື່ອຍາດແຍ່ງການໜູນຊ່ວຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.

Top