ຕອນເຊົ້າວັນທີ 14 ຕຸລາ, ທີ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດການຝຶກຊ້ອມຮ່ວມກ່ຽວກັບການປ້ອງກັນພົນລະເຮືອນ ລະຫວ່າງກອງທັບ ຫວຽດນາມ, ລາວ ແລະ ກຳປູເຈຍ ປີ 2026. ດ້ວຍຫົວຂໍ້: "ກຳລັງປ້ອງກັນພົນລະເຮືອນຂອງກອງທັບ ຫວຽດນາມ, ລາວ ແລະ ກຳປູເຈຍ ສົມທົບກັນຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸລູກໃຫຍ່", ການຝຶກຊ້ອມດັ່ງກ່າວແມ່ນເພື່ອຍົກສູງລະດັບການຈັດຕັ້ງບັນຊາ, ປະສານສົມທົບລະຫວ່າງກອງທັບສາມປະເທດໃນການກູ້ໄພກູ້ຊີບໄພພິບັດ, ໄພທຳມະຊາດ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຢືນຢັນວ່າ ການຊ້ອມຮົບຮ່ວມນີ້ແມ່ນຄຳໝັ້ນສັນຍາຢ່າງແຮງຂອງກອງທັບສາມປະເທດໃນການກຽມພ້ອມທີ່ຈະປະສານສົມທົບກັນແກ້ໄຂບັນດາບັນຫາຄວາມໝັ້ນຄົງແບບໃໝ່ຢູ່ພາກພື້ນ, ປົກປ້ອງຊີວິດອິນຊີ, ຊັບສິນ ແລະ ຄວາມສະຫງົບສຸກຂອງປະຊາຊົນແຕ່ລະປະເທດ. ພ້ອມກັນນັ້ນ, ທ່ານກໍ່ສະເໜີໃຫ້ກອງທັບຂອງແຕ່ລະປະເທດສືບຕໍ່ຄົ້ນຄວ້າ, ເພີ່ມເຕີມ, ສ້າງສຳເລັດບັນດາທິດທາງ, ແຜນການໃນການຮັບມືໃຫ້ເໝາະສົມກັບຄວາມຕ້ອງການໃນໜ້າທີ່ຂອງກອງທັບແຕ່ລະປະເທດ.






