ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ເພີ່ມທະວີການຮ່ວມມືຢ່າງແທດຈິງລະຫວ່າງ Hamburg ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ
ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການລັດ ທັງເປັນເຈົ້າຄອງຜູ້ທີໜຶ່ງນະຄອນ Hamburg, ເຢຍລະມັນ (ພາບ: VNA)
ຕອນບ່າຍວັນທີ 14 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ Peter Tschentscher, ຜູ້ວ່າການລັດ ທັງເປັນເຈົ້າຄອງຜູ້ທີໜຶ່ງນະຄອນ Hamburg, ເຢຍລະມັນ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ເພີ່ມທະວີການຮ່ວມມືຢ່າງແທດຈິງລະຫວ່າງ Hamburg ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ທ່າກຳປັ່ນ, logistics, ເສດຖະກິດທາງທະເລ, ການຫັນປ່ຽນສີຂຽວ... ທ່ານກໍ່ໄດ້ສະເໜີໃຫ້ Hamburg ໜູນຊ່ວຍການໂຄສະນາ, ເຊື່ອມຕໍ່ຕະຫຼາດ, ຊຸກຍູ້ການບໍລິໂພກສິນຄ້າ ຫວຽດນາມຢູ່ ເຢຍລະມັນ, ພ້ອມກັນນັ້ນ ເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດ ຫວຽດນາມ ກັບກຸ່ມພະລັງງານທົດແທນ ແລະ ລະບົບ ພະລັງງານແຮງລົມນອກຢູ່ນອກຝັ່ງຂອງ Hamburg.
ສ່ວນທ່ານຜູ້ວ່າການລັດ Peter Tschentscher ໄດ້ຢືນຢັນວ່າ Hamburg ແລະ ບັນດາວິສາຫະກິດ ເຢຍລະມັນ ປາດຖະໜາຢາກເພີ່ມທະວີການຮ່ວມມືໄລຍະຍາວກັບ ຫວຽດນາມ, ພິເສດແມ່ນໃນຂົງເຂດທ່າກຳປັ່ນ, logistics, ການສຶກສາຂັ້ນມະຫາວິທະຍາໄລ, ວິທະຍາສາດ - ເຕັກໂນໂລຢີ... ພ້ອມທັງສົ່ງເສີມໃຫ້ວິສາຫະກິດ ຫວຽດນາມ ໄປ ຢຍລະມັນ ເພື່ອຊອກຫາໂອກາດຮ່ວມມື, ເປີດກວ້າງການຄ້າກັບ ເຢຍລະມັນ ແລະ EU.
(ແຫຼ່ງຄັດຈາກ VOV)