ຂ່າວສານ

ກອງທັບ ຫວຽດນາມ, ລາວ ແລະ ກຳປູເຈຍ ຝຶກຊ້ອມຮ່ວມກ່ຽວກັບການປ້ອງກັນພົນລະເຮືອນ

ການຊ້ອມຮົບຮ່ວມນີ້ແມ່ນຄຳໝັ້ນສັນຍາຢ່າງແຮງຂອງກອງທັບສາມປະເທດໃນການກຽມພ້ອມທີ່ຈະປະສານສົມທົບກັນແກ້ໄຂບັນດາບັນຫາຄວາມໝັ້ນຄົງແບບໃໝ່ຢູ່ພາກພື້ນ, ປົກປ້ອງຊີວິດອິນຊີ, ຊັບສິນ
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິ​ທີ (ພາບ: VNA)

ຕອນເຊົ້າວັນທີ 14 ຕຸລາ, ທີ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດການຝຶກຊ້ອມຮ່ວມກ່ຽວກັບການປ້ອງກັນພົນລະເຮືອນ ລະຫວ່າງກອງທັບ ຫວຽດນາມ, ລາວ ແລະ ກຳປູເຈຍ ປີ 2026. ດ້ວຍຫົວຂໍ້: "ກຳລັງປ້ອງກັນ​ພົນ​ລະເຮືອນຂອງກອງທັບ ຫວຽດນາມ, ລາວ ແລະ ກຳປູເຈຍ ສົມ​ທົບກັນ​ຮັບ​ມື​, ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພາ​ຍຸ​ລູກ​ໃຫຍ່", ການຝຶກຊ້ອມດັ່ງກ່າວ​ແມ່ນເພື່ອ​ຍົກ​ສູງລະດັບການ​ຈັດ​ຕັ້ງບັນ​ຊາ, ປະສານສົມ​ທົບລະຫວ່າງກອງທັບສາມ​ປະ​ເທດໃນການ​ກູ້​ໄພ​ກູ້​ຊີບ​ໄພ​ພິບັດ, ໄພ​ທຳ​ມະ​ຊາດ.

ກ່າວ​ຄຳ​ເຫັ​ນ​ທີ່​ພິ​ທີ​ໄຂ, ​ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຢືນຢັນວ່າ ການຊ້ອມຮົບຮ່ວມນີ້​ແມ່ນຄຳໝັ້ນສັນຍາຢ່າງແຮງຂອງກອງທັບສາມປະເທດໃນ​ການກຽມພ້ອມ​ທີ່​ຈະ​ປະ​ສານ​ສົມ​ທົບ​ກັນແກ້ໄຂບັນ​ດາບັນຫາຄວາມໝັ້ນຄົງແບບໃໝ່​ຢູ່ພາກພື້ນ, ປົກປ້ອງຊີວິດ​ອິນ​ຊີ, ຊັບສິນ ແລະ ​ຄວາມສະຫງົບສຸກຂອງປະຊາຊົນແຕ່ລະປະເທດ. ​ພ້ອມ​ກັນ​ນັ້​ນ, ທ່ານກໍ່ສະ​ເໜີໃຫ້ກອງທັບຂອງແຕ່ລະປະເທດສືບຕໍ່​ຄົ້ນ​ຄວ້າ, ເພີ່ມເຕີມ, ສ້າງສຳເລັດ​ບັນ​ດາ​ທິດ​ທາງ, ແຜນການໃນການຮັບ​ມື​ໃຫ້ເໝາະສົມກັບຄວາມຕ້ອງການໃນ​ໜ້າ​ທີ່​ຂອງກອງທັບ​ແຕ່​ລະ​ປະ​ເທດ.


top