ນະວັດຕະກຳຕ້ອງກາຍເປັນວິທີພັດທະນາ ແລະ ເປັນກຳລັງໜູນຂອງການເຕີບໂຕເສດຖະກິດທັງໝົດຢ່າງແທ້ຈິງ, ສ້າງສະມັດຕະພາບ, ມູນຄ່າເພີ່ມ
ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: VNA)
ສຸມໃສ່ແກ້ໄຂຈຸດອຸດຕັນຂອງລະບອບລະບຽບການ ແລະ ຊຸກຍູ້ການສະໜອງ - ຄວາມຕ້ອງການ, ເພີ່ມທະວີການຄົ້ນຄວ້າຕາມຄວາມຕ້ອງການຂອງວິສາຫະກິດ ເພື່ອຫັນວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນກຳລັງໜູນເຕີບໂຕເສດຖະກິດຢ່າງແທ້ຈິງ. ນີ້ແມ່ນຄຳຮຽກຮ້ອງຂອງທ່ານ ໂຮ່ກວັກຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ, ທີ່ກອງປະຊຸມຈັດຂຶ້ນຕອນເຊົ້າວັນທີ 14 ຕຸລາ, ຢູ່ ຮ່າໂນ້ຍ ກ່ຽວກັບການພັດທະນາລະບົບນິເວດນະວັດຕະກຳແຫ່ງຊາດ.
ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າ ນະວັດຕະກຳຕ້ອງກາຍເປັນວິທີພັດທະນາ ແລະ ເປັນກຳລັງໜູນຂອງການເຕີບໂຕເສດຖະກິດທັງໝົດຢ່າງແທ້ຈິງ, ສ້າງສະມັດຕະພາບ, ມູນຄ່າເພີ່ມ, ຜະລິດຕະພັນ, ຂະແໜງອາຊີບ ແລະ ຕະຫຼາດໃໝ່... ສະນັ້ນ, ໃນໄລຍະທີ່ຈະມາເຖິງ, ຕ້ອງພັດທະນາລະບົບນິເວດນະວັດຕະກຳແຫ່ງຊາດ ຕາມທິດຄົບຊຸດ, ແທດຈິງ ແລະ ມີປະສິດທິຜົນ.
“ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນປະທານ, ສົມທົບກັບກະຊວງການເງິນ, ກະຊວງສຶກສາ ແລະ ບຳລຸງສ້າງ, ກະຊວງອຸດສາຫະກຳການຄ້າ ແລະ ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ, ຈົ່ງຮີບເຮັງກວດກາຄືນ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດດ້ານລະບອບລະບຽບການ ແລະ ສ້າງເງື່ອນໄຂໃຫ້ດີທີ່ສຸດໃຫ້ແກ່ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ. ຜັນຂະຫຍາຍການປະຕິບັດບັນດານະໂຍບາຍຢ່າງຄົບຊຸດໃນການຊຸກຍູ້ການສະໜອງ ແລະ ຄວາມຕ້ອງການດ້ານເຕັກໂນໂລຊີ, ເພີ່ມທະວີການສັ່ງຄົ້ນຄວ້າອີງຕາມຄວາມຕ້ອງການຂອງວິສາຫະກິດ.”
(ແຫຼ່ງຄັດຈາກ VOV)