• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງທະຫານຊ່າງແສງເລກ 4 ແລະ ໂຮງໝໍກາງສະໜາມລະດັບ 2 ເລກ 7 ປະຕິບັດພາລະກຳຮັກສາສັນຕິພາບສຳເລັດຢ່າງດີເດັ່ນ

ພິເສດ, ກົມກອງໄດ້ປະຕິບັດສຳເລັດການສ້ອມແປງ, ຍົກລະດັບເສັ້ນທາງຈາກສຳນັກງານ UNISFA ໄປຫາເມືອງ Agok (ເຂດ Abyei - ເຂດເກີດການຂັດແຍ້ງລະຫວ່າງ ຊູດັງ ແລະ ຊູດັງໃຕ້).
ບັນ​ດາ​ນາຍ​ທະ​ຫານກອງທະຫານຊ່າງແສງເລກ 4 (ພາ​ບ: VNA)

ວັນທີ 23 ຕຸລາ, ກະຊວງປ້ອງກັນປະເທດ ຫວຽດ​ນາມ ໄດ້ຈັດກອງ​ປະ​ຊຸມ​ສະ​ຫຼຸບອາ​ຍຸ​ການ​ປະ​ຕິ​ບັດ​ງານ​ຢູ່​ຄະ​ນະ​ປະ​ຕິ​ບັດ​ງານ​ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ​ຂອງກອງ​ທະ​ຫານ​ຊ່າງ​ແ​ສງເລກ 4 ແລະ ໂຮງໝໍກາງສະໜາມ​ລະ​ດັບ 2 ​ເລກ 7, ຕາມ​ຮູບ​ແບບ​ເຊິ່ງ​ໜ້າ​ຢູ່ ຮ່າ​ໂນ້ຍ ສົມ​ທົບ​ກັບ​ທາງ​ໄກ.

ທ່ານພົນຈັດຕະວາ ຟ້າມແມ້ງທັງ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ (ກະຊວງປ້ອງກັນປະເທດ), ໃຫ້​ຮູ້ວ່າ ກອງ​ທະ​ຫານ​ຊ່າງ​ແ​ສງເລກ 4 ໄດ້​ປະ​ຕິ​ບັດ​ໜ້າ​ທີ່ດ້ານ​ວິ​ຊາ​ສະ​ເພາະຂອງຕົນ​​ສຳ​ເລັດຢ່າງ​ດ​ີເດັ່ນ. ​ພິ​ເສ​ດ, ​ກົມກອງ​ໄດ້ປະ​ຕິ​ບັດ​ສຳ​ເລັດ​ການສ້ອມແປງ, ຍົກລະດັບເສັ້ນທາງຈາກສຳນັກງານ UNISFA ໄປຫາເມືອງ Agok (ເຂດ Abyei - ເຂດເກີດການຂັດແຍ້ງລະຫວ່າງ ຊູດັງ ແລະ ຊູ​ດັງ​ໃຕ້). ໂຮງໝໍ​ກາງສະໜາມ​ລະ​ດັບ 2 ເລກ 7 ໄດ້ປະຕິບັດໜ້າທີ່​ໃນ​ວຽກ​ງານ​ຢູ່​ຄະ​ນະ​ປະ​ຕິ​ບັດ​ງານ​ເປັນ​ຢ່າງ​ດີ, ດ້ວຍ​ຜົນ​ງານ​ທີ່​ວ່າ: ​ໄດ້ຮັບ ແລະ ປິ່ນປົວຄົນເຈັບ​ຫຼາຍກວ່າ 2,200 ​ເທື່ອຄົນ, ​ໂດຍ​ແມ່ນພະນັກງານສະຫະປະຊາຊາດ ແລະ ​ຊາວທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top