• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກວ໋າງນິງ ຢືນອັນດັບໜຶ່ງໃນຕາຕະລາງດັດຊະນີປະສິດທິຜົນການຄຸ້ມຄອງ ແລະ ບໍລິຫານສາທາລະນະ ຂັ້ນແຂວງ PAPI 2020

      ແຂວງ ກວ໋າງນິງ ໄດ້ເລື່ອນ 2 ຂັ້ນ ແລະ ກາຍເປັນແຂວງນຳໜ້າໃນຕາຕະລາງຈັດອັນດັບທົ່ວປະເທດ. ຖັດຈາກ ກວ໋າງນິງ ແມ່ນ ແຂວງ ດົ່ງທາບ ແລະ ຖ໋າຍງວຽນ.
ການບໍລິການສາທາລະນະແມ່ນຈຸດພົ້ນເດັ່ນໜຶ່ງ ຊ່ວຍ ກວ໋າງນິງ ນຳໜ້າຕາຕະລາງຈັດອັນດັບ ດັດຊະນີ PAPI  2020
      ພິທີປະກາດ ດັດຊະນີປະສິດທິຜົນການຄຸ້ມຄອງ ແລະ ບໍລິຫານສາທາລະນະ ຂັ້ນແຂວງ PAPI 2020 ຖືກດຳເນີນໃນຕອນເຊົ້າວັນທີ 14 ເມສາ ຢູ່ຮ່າໂນ້ຍ. ນີ້ແມ່ນການຈັດອັນດັບປະສິດທິຜົນການຄຸ້ມຄອງ ແລະ ບໍລິຫານສາທາລະນະຂອງ 63 ແຂວງ, ນະຄອນໃນທົ່ວປະເທດ ໂດຍອີງໃສ່ສະພາບການຕົວຈິງ ແລະ ການຕີລາຄາຂອງປະຊາຊົນເມື່ອເຮັດວຽກກັບອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ. 8 ມາດຖານທີ່ໄດ້ຮັບການຕີລາຄາ ລວມມີ: ການເຂົ້າຮ່ວມຂອງປະຊາຊົນຢູ່ຂັ້ນຮາກຖານ; ຄວາມເປີດເຜີຍ, ໂປ່ງໃສ ໃນການອອກຂໍ້ຕົກລົງ; ຄວາມຮັບຜິດຊອບອະພິປາຍໃຫ້ແກ່ປະຊາຊົນ; ຄວບຄຸມການສໍ້ລາດບັງຫຼວງໃນຂົງເຂດສາທາລະນະ; ລະບຽບການບໍລິຫານສາທາລະນະ; ການສະໜອງການບໍລິການສາທາລະນະ; ການຄຸ້ມຄອງສິ່ງແວດລ້ອມ; ການຄຸ້ມຄອງເອເລັກໂຕນິກ. ປີນີ້, ມີພົນລະເມືອງ ຫວຽດນາມ ກວ່າ 14.700 ຄົນ ໃນທົ່ວປະເທດ ໄດ້ຮັບການຄັດເລືອກເຂົ້າຮ່ວມການສຳຫຼວດ, ຕີລາຄາດັດຊະນີ PAPI.
            ຕາມດັດຊະນີປີ 2020 ທີ່ໄດ້ປະກາດແລ້ວ, ແຂວງ ກວ໋າງນິງ ໄດ້ເລື່ອນ 2 ຂັ້ນ ແລະ ກາຍເປັນແຂວງນຳໜ້າໃນຕາຕະລາງຈັດອັນດັບທົ່ວປະເທດ. ຖັດຈາກ ກວ໋າງນິງ ແມ່ນ ແຂວງ ດົ່ງທາບ ແລະ ຖ໋າຍງວຽນ. ໝາກຜົນດັ່ງກ່າວ ຊີ້ໃຫ້ເຫັນບັນດາຄວາມມານະພະຍາຍາມຢ່າງກະໂດດຂັ້ນຂອງແຂວງ ກວ໋າງນິງ. 
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top