• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກວາງ​ບິນ ​ຖື​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ເຂດ​ພູ​ດອຍ​ເປັນ​ສຳ​ຄັນ

ຍາມໃດຫວຽດນາມ ກໍ່ໄດ້ສະຫງວນຫຼາຍແຫຼ່ງກຳລັງ ດ້ວຍຫຼາຍໂຄງການ, ນະໂຍບາຍບຸລິມະສິດພິເສດ ເພື່ອໜູນຊ່ວຍການພັດທະນາເຂດຊາວຊົນເຜົ່າສ່ວນໜ້ອຍ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງ, ສຸມໃສ່ແຫຼ່ງກຳລັງລົງທຶນໃຫ້ແກ່ຄົນທຸກຍາກ, ເຂດຊາວຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ແຂວງ ກວາງບິນ ຖືການຮັກສາສີສັນວັດທະນະທຳ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມໝັ້ນຄົງບັນດາຕາແສງເຂດຊາຍແດນ, ເຂດຊາວຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍເປັນສຳຄັນ.
  ກວາງບິນ ປະຕິບັດການມອບດິນ, ມອບປ່າໃຫ້ ປຊຊ ເພື່ອທຳການຜະລິດ (ພາບ: VOV)  

 

ໃນຫຼາຍປີມານີ້, ອ້າຍດິງຢື້, ຢູ່ບ້ານກ່າຣອ່ງ, ຕາແສງເທື້ອງແຈັກ, ເມືອງໂບແຈັກ ໄດ້ໄປຫຼາຍບ່ອນເພື່ອຮ່ຳຮຽນບັນດາຮູບແບບພັດທະນາເສດຖະກິດຈາກການປູກຝັງ, ລ້ຽງສັດ ຕະຫຼອດຮອດບັນດາຮູບແບບດຳເນີນທຸລະກິດຜະລິດຕະພັນກະເສດ. ອ້າຍດິງຢື້ ປາດຖະໜາວ່າ ທາງແຂວງຈະມີຫຼາຍກົນໄກພິເສດໃຫ້ແກ່ເຂດພູດອຍ, ສ້າງເງື່ອນໄຂທຳມາຫາກິນທີ່ເໝາະສົມ ເພື່ອໃຫ້ ປຊຊ ພັດທະນາເສດຖະກິດ, ຫລຸດພົ້ນອອກຈາກຄວາມທຸກຍາກ:

ໃນການຜະລິດ, ຕ້ອງການຄວາມເອົາໃຈໃສ່ຈາກພັກ, ລັດ ແລະ ໜູນຊ່ວຍ ປຊຊ ໃນການຈັດສັນທີ່ດິນ, ຫັນປ່ຽນດິນປູກຝັງເພື່ອໃຫ້ ປຊຊ ໄດ້ທຳການຜະລິດ, ປູກປ່າ, ປູກມັນຕົ້ນ ແລະ ເອົາໃຈໃສ່ກ່ວາອີກກ່ຽວກັບບັນດານະໂຍບາຍໃຫ້ເຂດຊາວຊົນເຜົ່າສ່ວນໜ້ອຍ. ຖ້າໄດ້ຮັບການໜູນຊ່ວຍ, ພວກຂ້າພະເຈົ້າຈະພະຍາຍາມພັດທະນາເສດຖະກິດສັງຄົມ.

  ກວາງບິນ ປະຕິບັດການມອບດິນ, ມອບປ່າໃຫ້ ປຊຊ ເພື່ອທຳການຜະລິດ (ພາບ: VOV)  

ແຂວງກວາງບິນ ມີ 15 ຕາແສງເຂດພູດອຍ, ຊາຍແດນ ໂດຍມີຊາວຊົນເຜົ່າສ່ວນໜ້ອຍກ່ວາ 27.000 ຄົນກຳລັງດຳລົງຊີວິດ. ປະຈຸບັນ, ອັດຕາສ່ວນຄົນທຸກຍາກໃນໝູ່ຊາວຊົນເຜົ່າສ່ວນໜ້ອຍກວມເອົາເກືອບ 70%. ການພັດທະນາເສດຖະກິດສັງຄົມຢູ່ເຂດພູດອຍຍັງຊັກຊ້າ, ລາຍຮັບສະເລ່ຍຕໍ່ຫົວຄົນຕ່ຳກ່ວາ ເມື່ອທຽບກັບລາຍຮັບສະເລ່ຍລວມຂອງແຂວງ, ໝາກຜົນການຫລຸດຜ່ອນຄວາມທຸກຍາກບໍ່ທັນມີຄວາມໝັ້ນຄົງເທື່ອ. ທ່ານໂຮ່ອານຟອງ, ຮອງປະທານຄະນະກຳມະການ ປຊຊ ແຂວງກວາງບິນ ໃຫ້ຮູ້ວ່າ: ເມື່ອສ້າງນະໂຍບາຍໃຫ້ແກ່ຊາວຊົນເຜົ່າສ່ວນໜ້ອຍ, ແຂວງຈະມີຄວາມເດັດດ່ຽວ, ສຸດຈິດສຸດໃຈ, ອີງຕາມບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຕ່ລະເຂດພາກ ເພື່ອສ້າງມະຕິພິເສດສະເພາະ ສອດຄ່ອງກັບຕົວຈິງ ແລະ ບັນລຸປະສິດທິຜົນ:

ນີ້ແມ່ນມະຕິທີ່ບໍ່ເຄີຍມີມາກ່ອນ ເພື່ອແນໃສ່ສຸມໃສ່ບັນດາແຫຼ່ງກຳລັງພັດທະນາເສດຖະກິດສັງຄົມເຂດຊາວຊົນເຜົ່າສ່ວນໜ້ອຍ ເຂດພູດອຍ, ຮັດແຄບຊ່ອງຫວ່າງລະຫວ່າງເຂດຕົວເມືອງ ແລະ ເຂດພູດອຍເທື່ອລະກ້າວ, ຊ່ວຍແຂວງກວາງບິນ ພັດທະນາຢ່າງໄວວາ ແລະ ຍືນຍົງ.

ກ່ຽວກັບການພັດທະນາເສດຖະກິດ, ແຂວງກວາງບິນ ໄດ້ປະຕິບັດການມອບດິນ, ມອບປ່າໃຫ້ແກ່ ປຊຊ ເພື່ອທຳການຜະລິດ, ຍົກສູງມູນຄ່າເສດຖະກິດໃນການປູກປ່າໄມ້ໃຫ່ຍ. ໃນມະຕິສະບັບນີ້, ແຂວງກວາງບິນ ຍັງໄດ້ຍົກອອກບັນດາມາດຕະການ ເພື່ອແກ້ໄຂສະພາບການຂາດເຂີນດິນທຳການຜະລິດ, ດິນປູກສ້າງທີ່ຢູ່ອາໄສ, ນ້ຳປະປາໂດຍພື້ນຖານ, ສ້າງວຽກເຮັດງານທຳໃຫ້ແກ່ ປຊຊ ດຳລົງຊີວິດໃກ້ກັບປ່າ ແລະ ປົກປ້ອງລະບົບຊີວະພາບ. ທາງແຂວງຍັງສ້າງບັນດາກົນໄກ, ນະໂຍບາຍສົ່ງເສີມການພັດທະນາການທ່ອງທ່ຽວທຳມະຊາດ, ວັດທະນະທຳ, ປະຫວັດສາດທີ່ເໝະສົມກັບຄວາມສາມາດບົ່ມຊ້ອນຂອງແຕ່ລະທ້ອງຖິ່ນເຂດພູດອຍ, ສ້າງວຽກເຮັດງານທຳໃຫ້ແກ່ ຊາວຊົນເຜົ່າສ່ວນໜ້ອຍ. ທ່ານຫວູ້ດ້າຍທັງ, ເລຂາຄະນະພັກແຂວງກວາງບິນ ໃຫ້ຮູ້ວ່າ:

ເພື່ອສາມາດນຳມະຕິເຂົ້າສູ່ຊີວິດຕົວຈິງ, ຄະນະປະຈຳອົງຄະນະພັກແຂວງ ໄດ້ ສະເໜີຕໍ່ຄະນະກຳມະການ ປຊຊ ແຂວງກວາງບິນ, ບັນດາພະແນກ, ຂະແໜງການ ສ້າງບັນດາແຜນການກະທຳຢ່າງໄວວາ, ສ້າງບັນດາແຜນຮ່າງ ເພື່ອຫັນບັນດາເນື້ອໃນລະບຸໄວ້ໃນມະຕິຂອງຄະນະບໍລິຫານງານອົງຄະນະພັກແຂວງເປັນລະອຽດ. ສ້າງບັນດາຕາແສງເຂດຊາຍແດນ, ເຂດຊາວຊົນເຜົ່າສ່ວນໜ້ອຍ ເຂດພູດອຍໃຫ້ນັບມື້ນັບພັດທະນາ, ນຳເຂດພູດອຍໄປທັນກັບເຂດຕົວເມືອງ.

ເພື່ອພັດທະນາເສດຖະກິດສັງຄົມ, ຮັກສາສີສັນວັດທະນະທຳ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາຕາແສງເຂດຊາຍແດນ, ເຂດຊາວຊົນເຜົ່າສ່ວນໜ້ອຍ, ພິເສດ, ຫລຸດຜ່ອນອັດຕາສ່ວນຄອບຄົວທຸກຍາກໂດຍໄວ, ຮັກສາຊີວິດການເປັນຢູ່ຂອງ ປຊຊ ເປັນປົກກະຕິ. ຮ່າງມະຕິຈະມີ 4 ພາກ, ໃນນັ້ນ ໄດ້ເນັ້ນໜັກເຖິງບັນດາໝວດມາດຕະການພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ສ້າງຖັນແຖວພະນັກງານຊາວຊົນເຜົ່າສ່ວນໜ້ອຍ, ເພີ່ມເຕີມນະໂຍບາຍ, ຍົກສູງປະສິດທິຜົນບັນດາລາຍການ, ໂຄງການລົງທຶນພັດທະນາເຂດ ຊາວຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ; ພ້ອມທັງແກ້ໄຂສະພາບຂາດເຂີນທີ່ດິນທຳການຜະລິດ, ທີ່ດິນປູກສ້າງເຮືອນຢູ່, ນ້ຳປະປາໃຫ້ແກ່ ປຊຊ ໂດຍພື້ນຖານ. ສ້າງເງື່ອນໄຂໃຫ້ ປຊຊ ໃນການທຳມາຫາກິນ, ດຳລົງຊີວິດໃກ້ກັບປ່າ, ປົກປັກຮັກສາສິ່ງແວດລ້ອມຊີວະພາບ, ສະພາບແວດລອ້ມດຳລົງຊີວິດຂອງ ປຊຊ./.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

ທ່ານເລຂາທິການໃຫຍ່ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນພາລະກິດແຫ່ງການສ້າງສາ ແລະ ພັດທະນາຂອງປະເທດ ກຳປູເຈຍ ແລະ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃນທຸກຊ່ອງທາງ, ທຸກຂົງເຂດ.

Top