• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກວດ​ພົບ​ຜູ້​ຕິດ​ເຊື້ອພະ​ຍາດ Covid – 19 ຄົນ​ທຳ​ອິດ ຢູ່ ສະ​ຫະ​ປະ​ຊາ​ຊາດ

ວັນທີ 12 ມີນາ, ຢູ່ສຳນັກງານ ສປຊ ຢູ່ ນິວຢອກ, ປະເທດ ອາເມລິກາ ໄດ້ກວດພົບຜູ້ຕິດເຊື້ອໄວຣັດ SARS – CoV – 2 ຄົນທຳອິດ, ເຊິ່ງແມ່ນນັກການທູດເພດຍິງໃນຄະນະປະຕິບັດງານທາງການທູດຂອງຟີລິບປິນ. 

ສຳນັກງານ ສປຊ ຢູ່ ນິວຢອກ, ປະເທດ ອາເມລິກາ (ພາບ: TTXVN)

ນັກການທູດຜູ້ດັ່ງກ່າວໄດ້ໄປເຖິງ ສປຊ ໃນວັນທີ 9 ມີນາ ແລະ ມີອາການເປັນຫວັດໃນວັນທີ 10 ມີນາ ຫຼັງຈາກນັ້ນລາວໄດ້ໄປສຸຂະພາບ ແລະ ເອົາເລືອດໄປວິໄຈ. ໃນວັນທີ 13 ມີນາ, ຄະນະປະຕິບັດງານທາງການທູດ ຟີລິບປິນໄດ້ສົ່ງຈົດໝາຍແຈ້ງການເຖິງ ສປຊ ວ່າ ນັກການທູດຜູ້ດັ່ງກ່າວໄດ້ຕິດເຊື້ອໄວຣັດ SARS – CoV – 2,  ພ້ອມທັງໃຫ້ຮູ້ວ່າ ຄະນະປະຕິບັດງານໄດ້ປິດປະຕູ ແລະ ພາລະກອນໝົດທຸກຄົນລ້ວນແຕ່ໄດ້ຮັບການຮຽກຮ້ອງໃຫ້ແຍກຕົວຢູ່ຕ່າງຫາກ.

        ແລະກໍ່ໃນວັນດຽວກັນ, ລັດຖະບານອາກຊັງຕິນ ໄດ້ປະກາດສະພາບການສຸກເສີນດ້ານສາທາລະນະສຸກ, ຢຸດຕິການອອກວີຊາໃຫ້ແກ່ພົນລະເມືອງບັນດາປະເທດທີ່ພວມມີການແຜ່ລະບາດຂອງໄວຣັດ SARS – CoV – 2 ຢ່າງແຮງ ລວມມີ: ຈີນ, ອາເມລິກາ, ສ.ເກົາຫຼີ, ຍີ່ປຸ່ນ, ອີຣານ, ອັງກິດ ແລະ ບັນດາປະເທດໃນກຸ່ມ Schengen ທັງໝົດ.

        ຢູ່ແອັດສະປາຍ, ເທດສະບານ 4 ແຫ່ງຢູ່ເຂດຕາເວັນອອກສ່ຽງເໜືອ ຂຶ້ນກັບເຂດ Catalonia ຂອງປະເທດນີ້ ໄດ້ແຍກຕົວຢູ່ຕ່າງຫາກນັບແຕ່ວັນທີ 12 ມີນາ. ນີ້ແມ່ນຂໍ້ຕົກລົງວ່າດ້ວຍການແຍກຕົວສະບັບທຳອິດ ທີ່ໄດ້ຜັນຂະຫຍາຍຢູ່ ແອັດສະປາຍ ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງ ໄວຣັດ SARS – CoV – 2.

        ໃນຂະນະນັ້ນ, ສໍານັກວາຕີກັງ ໄດ້ຕົກລົງອັດປະຕູໂບດສາສະໜາເຢຊູຢູ່ນະຄອນຫຼວງ Rome ປະເທດ ອີຕາລີທັງໝົດ - ເຊິ່ງແມ່ນປະເທດທີ່ເປັນໃຈກາງເກີດໂລກລະບາດຢູ່ເອີລົບ ແລະຜູ້ເສຍຊີວິດຍ້ອນ ໂລກລະບາດ Covid – 19 ກ່ວາ 1000 ຄົນ.

        ແລະກໍ່ຢູ່ເອີລົບ, ໃນວັນທີ 12 ມີນາ, ສູນປ້ອງກັນ, ສະກັດກັ້ນໂລກລະບາດ ເອີລົບ (ECDC ) ໄດ້ກ່າວເຕືອນວ່າ ລະບົບດູແລສຸຂະພາບຢູ່ ສະຫະພາບ ເອີລົບ (EU) ແລະ ລາຊະອານາຈັກອັງກິດມີ ຄວາມສ່ຽງສູງຮັບນ້ຳໜັກຫຼາຍເກີນໄປ ຍ້ອນໂລກລະບາດອັກເສບປອດ Covid -19.

 (ແຫຼ່ງຄັດຈາກ VOV)

ຫວຽດນາມ ແລະ FAO ຊຸກຍູ້ການຮ່ວມມືດ້ານກະສິກຳ

ຫວຽດນາມ ແລະ FAO ຊຸກຍູ້ການຮ່ວມມືດ້ານກະສິກຳ

ທ່ານນາຍົກລັດຖະມົນຕີສະເໜີໃຫ້ ອົງການ FAO ສືບຕໍ່ໜູນຊ່ວຍ, ສະໜັບສະໜູນ ຫວຽດນາມ ໃນວິວັດການສ້າງໂຄງປະກອບຂະແໜງກະສິກຳຕາມທິດຍົກສູງມູນຄ່າເພີ່ມ ແລະ ການພັດທະນາສີຂຽວ.

Top