• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກວດ​ກາ​ຕົວ​ຈິງ, ຊຸກ​ຍູ້​ໂຄງ​ການ 500 ວັນ​ແລະ​ຄືນ​ຢູ່​ທ້ອງ​ຖິ່ນ

ຄະ​ນະ​ຊີ້​ນຳ 515 ແຂ​ວງ ກ໋​ວາງ​ງາຍຍູ້​ແຮງການ​ປະ​ຕິ​ບັດ​ວຽກ​ງານ​ຊອກ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ແລະ​ນາມ​ສະ​ກຸນ​ອັ​ດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ, ຂົນ​ຂວາຍ​ປະ​ຊາ​ຊົນ, ນັກ​ຮົບ​ເກົ່າ ແລະ ຄົນ​ເປັນ​ພະ​ຍານ​ສະ​ໜອງ​ຂໍ້​ມູນ​ຮ​ັບ​ໃຊ້​ວຽກ​ງານ​ຄົ້ນ​ຫາ.
  ທ່ານ​ພົນ​ຕີ ເລື່ອງວັນ​ກຽມ ຜູ້​ບັນ​ຊາ​ການ​ທະ​ຫານ​ເຂດ 3 ແລະ ການ​ນຳ​ແຂວງ ນິງ​ບິ່ງ ມອບ​ຂອງ​ຂວັນ, ລະ​ດົມ​ກຳ​ລັງ​ໃຈ​ກຳ​ລັງ​ປະ​ຕິ​ບັດ​ວຽກ​ງານ​ໃນ​ສະ​ຖານ​ທີ່​ຕົວ​ຈິງ (ພາບ: VNA)  

ວັນ​ທີ 13 ກໍ​ລະ​ກົດ, ບັນ​ດາ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຊອກ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່ ແລະ ​ນາມ​ສະ​ກຸນ ອັດ​ຖິ​ນັກ​ຮົບເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ (ຄະ​ນະ​ຊີ້​ນຳ 515) ແລະ ຂອງ ທະ​ຫານ​ເຂດ 3 ໄດ້​ດຳ​ເນີນ​ການ​ລົງ​ກວດ​ກາ​ຕົວ​ຈິງ ຢູ່​ກ໋​ວາງ​ຫງາຍ, ນິງ​ບິ່ງ ແລະ ເຮັດ​ວຽກ​ກັບ​ອຳ​ນາດ​ການ​ປົກ​ຄອງ​ເພື່ອ​ຍູ້​ໄວ​ການ​ປະ​ຕິ​ບັດ​ໂຄງ​ການ 500 ວັນ​ແລະ ຄືນ​ແຫ່ງ​ການ​ຊອກ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ​ອັດ​ຖິນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ.

ຢູ່​ກ໋​ວາງ​ຫງາຍ, ພາຍ​ຫລັງ​ການ​ລົງ​ກວດ​ກາ​ຕົວ​ຈິງ​ຢູ່​ເຂດ​ຝັງ​ສົບນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ລວມ​ໝູ່​ຢູ່​ຖະ​ໜົນ ເຈື່ອງ​ຈິງ (ຂຶ້ນ​ກັບ​ຕາ​ແສງ ດັກ​ເກິມ ແລະ ຕາ​ແສງ ກອນ​ຕຸມ) ແລະ ເຮັດ​ວຽກ​ກັບ​ຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ການ​ຊອກ​ຫາ, ​ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ແຂວງ, ທ່ານ​ພົນ​ໂທ ຫງວຽນ​ວັນ​ເກົ໋າ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ຮອງ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຊອກ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ແລະ​ນາມ​ສະ​ກຸນ​ອັ​ດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ຮຽກ​ຮ້ອງ​ໃຫ້​ຄະ​ນະ​ຊີ້​ນຳ 515 ແຂ​ວງ ກ໋​ວາງ​ງາຍຍູ້​ແຮງການ​ປະ​ຕິ​ບັດ​ວຽກ​ງານ​ຊອກ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ແລະ​ນາມ​ສະ​ກຸນ​ອັ​ດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ, ຂົນ​ຂວາຍ​ປະ​ຊາ​ຊົນ, ນັກ​ຮົບ​ເກົ່າ ແລະ ຄົນ​ເປັນ​ພະ​ຍານ​ສະ​ໜອງ​ຂໍ້​ມູນ​ຮ​ັບ​ໃຊ້​ວຽກ​ງານ​ຄົ້ນ​ຫາ.

ຢູ່​ນິງ​ບິ່ງ, ທ່ານ​ພົນ​ຕີ ເລືອງວັນ​ກຽມ, ຜູ້​ບັນ​ຊາ​ການ​ທະ​ຫານ​ເຂດ 3 ໄດ້​ລົງ​ກວດກ​າ​ການ​ປະ​ຕິ​ບັດ​ໂຄງ​ການ 500 ວັນ​ແລະ ຄືນ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ການ​ຜັນ​ຂະ​ຫຍາຍ​​ໂຄງ​ການ​ຕົວ​ຈິງ, ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຄົງ​ຄ້າງ​ຢ່າງ​ທັນ​ການ ແລະ ຊີ້​ນຳ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ແນ​ໃສ່​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ປະ​ຕິ​ບັດ​ໜ້າທີ່​ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ.

ແລະ​ກໍ່​ໃນ​ວັນ​ດຽວ​ກັຍ, ກອ​ງ​ບັນ​ຊາ​ການ​ທະ​ຫານ​ນະ​ຄອນ ດ່າ​ນັ້ງ ໄດ້​ຊອກ​ຫາ ແລະ ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 5 ອັດ​ຖິ​ຢູ່​ເຂດ​ຖ້ຳ​ດ່າ​ເຊິບ; ຂຶ້ນ​ກັບ​ຕາ​ແສງ​ຮ່າ​ຍາ, ນະ​ຄອນ​ດ່າ​ນັ້ງ. ທີ່​ກາວ​ບັ່ງ, ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ ກ໋າວ​ບັ່ງ ໄດ້​ຈັດ​ຕັ້ງ​ການທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພືອ​ຊາດ ມ້າ​ວັນ​ຢີ່​ ຢູ່​ບ້ານ​ລາງ​ມົນ, ຕາ​ແສງ​ມິງ​ເຕິມ, ແຂວງ​ກາວ​ບັ່ງ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top